ພິທີມອບ-ຮັບ ສູນແຫ່ງຄວາມເປັນເລີດດ້ານການຈັດການສິ່ງແວດລ້ອມ “Center of Excellence for Environmental Management, NUOL-Phase 1”

          ໃນຕອນບ່າຍ ວັນທີ 18 ຕຸລາ 2018 ນີ້, ຄະນະວິທະຍາສາດສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ ແລະ ສະຖາບັນຄົ້ນຄວ້າວິໄຈນ້ຳ ແລະສິ່ງແວດລ້ອມ ນານຢາງ ມະຫາວິທະຍາໄລເຕັກໂນໂລຊີນານຢາງ ປະເທດສິງກະໂປ ໄດ້ຈັດພິທີມອບ-ຮັບສູນແຫ່ງຄວາມເປັນເລີດດ້ານການຈັດການສິ່ງແວດລ້ອມ “Center of  Excellence for Environmental Management, NUOL-Phase 1” ຂຶ້ນຢູ່ທີ່ ຫ້ອງປະຊຸມຄະນະຕົນ. ໂດຍການເຂົ້າຮ່ວມຂອງ ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ວ່າການອະທິການບໍດີ ມຊ, ມີທ່ານ ຮສ. ແກ່ນຈັນ ສິນສຳພັນ ຄະນະບໍດີ ຄະນະວິທະຍາສາດສິ່ງແວດລ້ອມ, ທ່ານ ໂປເຟສເຊີ ເຊນ ອາເລັນ ສະນີເດີ (Prof. Shane Allen Snyder) ຜູ້ອໍານວຍການສະຖາບັນຄົ້ນຄວ້າວິໄຈນໍ້າ ແລະສິ່ງແວດລ້ອມ ພ້ອມດ້ວຍຄະນະຈາກປະເທດສິ່ງກະໂປ, ມີບັນດາແຂກທີ່ຖືກເຊີນ, ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.

          ໃນພິທີທ່ານ ຮສ. ແກ່ນຈັນ ສິນສຳພັນ ໄດ້ກ່າວໃຫ້ຮູ້ວ່າ:ໂຄງການ ສູນແຫ່ງຄວາມເປັນເລີດດ້ານການຈັດການສິ່ງແວດລ້ອມ “Center of  Excellence for Environmental Management, NUOL-Phase 1” ໄດ້ຈັດຕັ້ງປະຕິບັດມາແຕ່ເດືອນ 9 ປີ 2013 ເຊິ່ງແມ່ນການຮ່ວມມື ລະຫວ່າງ ຄະນະວິທະຍາສາດສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ ແລະ ສະຖາບັນຄົ້ນຄວ້າວິໄຈນ້ຳ ແລະສິ່ງແວດລ້ອມ ນານຢາງ ມະຫາວິທະຍາໄລເຕັກໂນໂລຊີນານຢາງ ປະເທດສິງກະໂປ ເຊິ່ງຈັດຕັ້ງປະຕິບັດໂດຍຄະນະວິທະຍາສາດສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ. ໂຄງການດັ່ງກ່າວໃຊ້ມູນຄ່າປະມານ 178,000 USD.

          ຈຸດປະສົງຂອງໂຄງການ ແມ່ນເພື່ອຊ່ວຍສົ່ງເສີມການຈັດການສິ່ງເສດເຫຼືອ, ການນຳໃຊ້ພະລັງານທົດແທນ ແລະຮັກສາສິ່ງແວດລ້ອມ, ເພື່ອຍົກສູງຄວາມສາມາດໃຫ້ຄູ-ອາຈານໃນການເຮັດວິໄຈກ່ຽວກັບພະລັງງານທົດແທນກໍຄືແກສຊີວະພາບ, ເພື່ອຊ່ວຍໃຫ້ອຸປະກອນ ແລະແບບຈຳລອງຂອງການບຳບັດນ້ຳ ແລະຜະລິດແກສເພື່ອປະກອບເຂົ້າໃນການຮຽນ-ການສອນ. ເພື່ອຍົກລະດັບການສຶກສາ ແລະການວິໄຈຂອງຄະນະວິທະຍາສາດສິ່ງແວດລ້ອມ ກໍຄືມະຫາວິທະຍາໄລແຫ່ງຊາດ. ພ້ອມທັງເປັນການປູກຝັງຈິດສຳນຶກໃຫ້ແກ່ນັກສຶກສາ ໃນການເຜີຍແຜ່ການຈັດການຂີ້ເຫຍື້ອ; ທົດລອງຜະລິດນ້ຳ BM ເພື່ອເລັ່ງຜົນຜະລິດການປູກພືດ, ທົດລອງປະສິດທິພາບຂອງບໍ່ແກສໃນການບຳບັດນໍ້າເປື້ອນ ແລະທົດລອງຜະລິດແກສໂດຍນໍາໃຊ້ເສດອາຫານ ແລະມູນສັດ.

          ໃນພິທີໄດ້ມີການມອບ-ຮັບໂຄງການ: ສູນແຫ່ງຄວາມເປັນເລີດດ້ານການຈັດການສິ່ງແວດລ້ອມ ໃຫ້ຄະນະວິທະຍາສາດສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ ເປັນຜູ້ຮັບຜິດຊອບດຳເນີນໂຄງການດັ່ງກ່າວຕໍ່ໄປ ແລະຕອນທ້າຍຂອງພິທີ ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ວ່າການອະທິການບໍດີ ມຊ ກໍໄດ້ກ່າວເປີດສູນແຫ່ງຄວາມເປັນເລີດດ້ານການຈັດການສິ່ງແວດລ້ອມ ຢ່າງເປັນທາງການ. ສູນດັ່ງກ່າວແມ່ນຕັ້ງຢູ່ຫໍພັກໃນ (ວິທະຍາເຂດດົງໂດກ).

          ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.