ງານພົບປະການໄປສຶກສາຢູ່ປະເທດຢີ່ປຸ່ນ Student in japan Fair in Lao PDR 2018

ເພື່ອເຊື່ອມໂຍງ ແລະຫັນເຂົ້າເປັນປະຊາຄົມເສດຖະກິດອາຊຽນ, ເພື່ອແນໃສ່ຊຸກຍູ້-ສົ່ງເສີມຂະແໜງການສຶກສາຂອງ ສປປ ລາວ ໃຫ້ມີການພັດທະນາ ແລະໄດ້ຮັບການຮ່ວມມື ຊ່ວຍເຫຼືອຈາກບັນດາປະເທດໃນພາກພື້ນ ແລະສາກົນ ໂດຍສະເພາະແມ່ນດ້ານ ເຕັກນິກວິຊາການ ແລະທຶນການສຶກສາຕ່າງໆ. ໃນຕອນເຊົ້າ ວັນທີ17  ຕຸລາ  2018 ນີ້, ທີ່ຫ້ອງປະຊຸມອະເນກປະສົງ, ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຢີ່ປຸ່ນ ໄດ້ຈັດງານພົບປະການໄປສຶກສາຢູ່ປະເທດຢີ່ປຸ່ນ Student in japan Fair in Lao PDR 2018 ໂດຍການເຂົ້າຮ່ວມຂອງທ່ານ ສຈ. ປອ. ສົມສີ ຍໍພັນໄຊ ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ນາງ ສົມໃຈ ເພັດລຳພັນ ຮອງຜູ້ອໍານວຍການສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຢີ່ປຸ່ນ, ມີບັນດາຜູ້ຕາງໜ້າຈາກສະຖານທູດຢີ່ປຸ່ນປະຈໍາ ສປປ ລາວ, ຜູ້ຕາງໜ້າຈາກ 9 ມະຫາວິທະຍາໄລຂອງປະເທດຢີ່ປຸ່ນ ພ້ອມດ້ວຍຫົວໜ້າ ແລະຮອງຫົວໜ້າຫ້ອງການ, ຜູ້ອໍານວຍການສະຖາບັນ, ໂຮງຮຽນພອນສະຫວັນ, ພະນັກງານ, ຄູ-ອາຈານ, ນັກສຶກສາ ແລະນັກຮຽນອ້ອມຂ້າງເຂົ້າຮ່ວມ.

ງານພົບປະການໄປສຶກສາຢູ່ປະເທດຢີ່ປຸ່ນຄັ້ງນີ້ ຈັດຂຶ້ນເພື່ອເປັນການນໍາສະເໜີໃຫ້ບັນດາພະນັກງານ, ຄູ-ອາຈານ, ນັກສຶກສາ ແລະນັກຮຽນຂອງລາວ ໄດ້ເຂົ້າໃຈເລິກເຊິ່ງກ່ຽວກັບຂໍ້ມູນ ແລະວິທີການໄປສຶກສາຢູ່ທີ່ປະເທດຢີ່ປຸ່ນ ໂດຍສະເພາະແມ່ນ 9 ມະຫາວິທະຍາໄລເຊັ່ນ: ASIA University, RitsummeikanAsia pacific University, Toyo University, Chiba University, Kanazawa University, Kumamoto University, Nagasaki University, Niigata University, Okayama University. ພ້ອມນັ້ນງານດັ່ງກ່າວ ຍັງເປັນການສ້າງສາຍພົວພັນ-ຮ່ວມມືກັນ ລະຫວ່າງມະຫາວິທະຍາໄລແຫ່ງຊາດ ແລະ 9ມະຫາວິທະຍາໄລຂອງປະເທດຢີ່ປຸ່ນ ກໍຄືສາຍພົວພັນຮ່ວມມືຂອງສອງຊາດລາວ-ຢີ່ປຸ່ນ.

ໃນພິທີ ຍັງໄດ້ຮັບຟັງການນໍາສະເໜີຂໍ້ມູນຕ່າງໆຂອງຜູ້ຕາງໜ້າຈາກ 9 ມະຫາວິທະຍາໄລ ຈາກປະເທດຢີ່ປຸ່ນ ແລະໄດ້ຊົມບູດວາງສະແດງຂອງ 9 ມະຫາວິທະຍາໄລທີ່ສະໜອງຂໍ້ມູນຕ່າງໆ ໂດຍສະເພາະແມ່ນວິທີການສະໝັກທຶນ ແລະກິດຈະກໍາຕ່າງໆຂອງແຕ່ລະມະຫາວິທະຍາໄລອີກດ້ວຍ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.