ມຊ ແລະກະຊວງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ເຊັນບົດບັນທຶກຄວາມເຂົ້າໃຈໃນການຮ່ວມມືທາງດ້ານວິຊາການ

 

  ພິທີ ເຊັນບົດບັນທຶກຄວາມເຂົ້າໃຈໃນການຮ່ວມມືວິຊາການ ດ້ານຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ແລະກະຊວງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ໄດ້ຈັດຂຶ້ນໃນວັນທີ 15 ຕຸລາ 2018 ທີ່ຫ້ອງປະຊຸມ ຂອງກະຊວງຊັບພະຍາກອນທໍາມະຊາດ  ແລະສິ່ງແວດລ້ອມ. ຝ່າຍກະຊວງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມເຊັນໂດຍ ທ່ານ ນາງ ບຸນຄໍາ ວໍລະຈິດ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ; ຝ່າຍ ມະຫາວິທະຍາໄລແຫ່ງຊາດເຊັນໂດຍ ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ໂດຍຊ້ອງໜ້າທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ, ປະທານສະພາບໍລິຫານ ກອງທຶນປົກປັກຮັກສາສິ່ງແວດລ້ອມ, ມີບັນດາທ່ານຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ຫົວໜ້າກົມ, ຮອງຫົວໜ້າກົມ, ຄະນະບໍດີ, ຫົວໜ້າຫ້ອງການ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້້າຮ່ວມ.

           ການເຊັນບົດບັນທຶກຄວາມເຂົ້າໃຈ ໃນການຮ່ວມມືວິຊາການຂອງທັງສອງຝ່າຍຄັ້ງນີ້, ແມ່ນເພື່ອເສີມຂະຫຍາຍຜົນການຈັດຕັ້ງປະຕິບັດ 5 ໂຄງ ການຂອງ 5 ຄະນະວິຊາ ຂອງມະຫາວິທະຍາໄລແຫ່ງຊາດ ທີ່ໄດ້ຮັບທຶນສະໜັບສະໜູນຈາກ ກອງທຶນປົກປັກຮັກສາສິ່ງແວດລ້ອມໃຫ້ເກີດຜົນເປັນຈິງ, ໂດຍເປົ້າໝາຍຫຼັກແມ່ນແນໃສ່ ການພັດທະນາຊັບພະຍາກອນມະນຸດ ໂດຍສະເພາະ ດ້ານການຄຸ້ມຄອງປ່າສະຫງວນ ແລະສັດປ່າ, ດ້ານການປ້ອງກັນສັງຄົມໃນບັນດາໂຄງການລົງທຶນ, ດ້ານເສດຖະສາດສິ່ງແວດລ້ອມ ແລະຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມທີ່ກ່ຽວຂ້ອງໃນການຄຸ້ມຄອງສັດປ່າ ແລະປ່າສະຫງວນ, ດ້ານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມກ່ຽວກັບ ວິທະຍາສາດທໍາມະຊາດ ລວມທັງການສຶກສາຜົນກະທົບຈາກການນໍາໃຊ້ຢາປາບສັດຕູພືດ ແລະບັນຫາທີ່ພົ້ນເດັ່ນອື່ນໆ. ພ້ອມທັງເປັນການຊຸກຍູ້ໃຫ້ການຮ່ວມມືດ້ານວິຊາການຂອງສອງຝ່າຍໃຫ້ກວ້າງຂວາງ ແລະຮອບດ້ານ, ແນ່ໃສ່ປະກອບສ່ວນເຂົ້າໃນການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະປົກປັກຮັກສາສິ່ງແວດລ້ອມຕາມທິດສີຂຽວ ແລະຍືນຍົງ.

          ພາບບັນຍາກາດ

 

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.