ສູນຄົ້ນຄວ້າ ແລະຝຶກອົບຮົມດ້ານການປະເມີນຜົນກະທົບຕໍ່ສັງຄົມ ແລະການຄຸ້ມຄອງການຈັດສັນຍົກຍ້າຍ (RTC) ຈັດຝຶກອົບຮົມໄລຍະສັ້ນ ກ່ຽວກັບການຄຸ້ມຄອງການຈັດສັນຍົກຍ້າຍປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາ


ເພື່ອເປັນການຊຸກຍູ້ ແລະສົ່ງເສີມຄວາມຮູ້ ຄວາມເຂົ້າໃຈ ກ່ຽວກັບການຈັດສັນຍົກຍ້າຍປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາໃຫ້ແກ່ບັນດາພະນັກງານ, ອຳນາດການປົກຄອງ ແຂວງຄຳມ່ວນ, ພະນັກງານ-ຄູອາຈານ ຈາກ ມະຫາວິທະຍາໄລແຫ່ງຊາດ ແລະເຂື່ອນໄຟຟ້າ. ໃນຕອນເຊົ້າ ວັນທີ 15 ຕຸລາ 2018 ຜ່ານມາ, ສູນຄົ້ນຄວ້າ ແລະຝຶກອົບຮົມດ້ານການປະເມີນຜົນກະທົບຕໍ່ສັງຄົມ ແລະການຄຸ້ມຄອງການຈັດສັນຍົກລະດັບ (RTC) ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ຝຶກອົບຮົມໄລຍະສັ້ນກ່ຽວກັບການຈັດສັນຍົກຍ້າຍປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາ ທີ່ຫ້ອງປະຊຸມເຮືອນພັກແຄມງື່ມ ເມືອງແກ້ວອຸດົມ ແຂວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ຮັກສາການຄະນະບໍດີ ຄະນະວິທະຍາສາດສັງຄົມ ມີບັນດາບັນດາພະນັກງານ, ອຳນາດການປົກຄອງ ແຂວງຄຳມ່ວນ, ພະນັກງານ-ຄູອາຈານ ຈາກມະຫາວິທະຍາໄລແຫ່ງຊາດເຂົ້້າຮ່ວມ.
ການຝຶກອົບຮົມຄັ້ງນີ້ ແມ່ນເພື່ອໃຫ້ນັກສຳມະນາກອນທີ່ເຂົ້າຮ່ວມໄດ້ເຂົ້າໃຈກ່ຽວກັບຄວາມສ່ຽງ, ຜົນກະທົບ ແລະບັນຫາສັງຄົມທີ່ເກີດຂຶ້ນຈາກໂຄງການພັດທະນາ ລວມທັງການຈັດສັນຍົກຍ້າຍ, ການຟື້ນຟູຊີວິດການເປັນຢູ່ ແລະການແບ່ງປັນຜົນປະໂຫຍດຈາກໂຄງການໃຫ້ແກ່ປະຊາຊົນ. ນອກນັ້ນ ຍັງມີການນຳສະເໜີ ດຳລັດວ່າດ້ວຍການທົດແທນຄ່າເສຍຫາຍ ແລະການຈັດສັນຍົກຍ້າຍປະຊາຊົນ ເລກທີ 84/ລບ, ລົງວັນທີ 5/4/2016 ແລະຄຳສັ່ງແນະນຳວ່າດ້ວຍຂະບວນການສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມຈາກໂຄງການລົງທຶນ ແລະກິດຈະກຳຕ່າງໆ ສະບັບເລກທີ 8029/ກຊສ, ລົງວັນທີ 17/12/2013 ຫຼື IEE. ພ້ອມນັ້ນ ຜູ້ເຂົ້າຮ່ວມຍັງໄດ້ລົງທັດສະນະສຶກສາເຂື່ອນນໍ້າມັງ 3 ແລະລົງຢ້ຽມຢາມບ້ານນາຢາງ ເມືອງທຸລະຄົມ ແຂວງວຽງຈັນ ເຊິ່ງເປັນບ້ານຈັດສັນຍົກຍ້າຍຈາກເຂື່ອນນໍ້າມັງ 3 ເຊິ່ງນຳພາໂດຍ ຄູຝຶກ ຈາກມະຫາວິທະຍາໄລແຫ່ງຊາດ ແລະກະຊວງທີ່ກ່ຽວຂ້ອງ.
ນອກນັ້ນໃນພິທີ ນັກສຳມະນາກອນກໍຍັງໄດ້ສົນທະນາຮ່ວມກັນລະຫວ່າງນັກສຳມະນາກອນ ແລະຜູ້ຊ່ຽວຊານເພື່ອສະເໜີ ແລກປ່ຽນຄວາມຄິດເຫັນ ແລະຫາທາງແກ້ໄຂຮ່ວມກັນກ່ຽວກັບບາງບັນຫາທີ່ຍັງຄົງຄ້າງ, ການຝຶກອົບຮົມດັ່ງກ່າວຈະໄດ້ດຳເນີນໄປເປັນເວລາ 5 ວັນ (15 - 19 ຕຸລາ 2018).