ສະຖາບັນຊັບພະຍາກອນມະນຸດລາວ-ຍີ່ປຸຸ່ນ ຮ່ວມກັບອົງການໄຈກາເປີດຫຼັກສູດຝຶກອົບຮົມຜູ້ບໍລິຫານລະດັບສູງ ຮຸ່ນທີ 2

 

            ໃນຕອນເຊົ້າວັນທີ 15 ກັນຍາ 2018 ນີ້, ສະຖາບັນຊັບພະຍາກອນມະນຸດລາວ-ຍີ່ປຸຸ່ນ ຮ່ວມກັບອົງການໄຈກາໄດ້ເປີດຫຼັກສູດຝຶກອົບຮົມຜູ້ບໍລິຫານລະດັບສູງ ຮຸ່ນທີ 2 ຂຶ້ນທີ່ຫ້ອງປະຊຸມຂອງ ສລຍ. ໂດຍການເຂົ້າຮ່ວມຂອງທ່ານ ສຈ.ປອ. ສົມສີ ຍໍພັນໄຊ ວ່າການອະທິການບໍດີ ມຊ, ທ່ານ ຮສ. ປອ. ບຸນລ້ວນ ດ້ວງເງິນ ຜູ້ອຳນວຍການ ສລຍ, ທ່ານ yoshiharu YONEYAMA ຫົວໜ້າອົງການໄຈກາ ປະຈຳລາວ, ມີບັນດາແຂກທີ່ຖືກເຊີນ ແລະນັກຝຶກອົບຮົມ ຈຳນວນ 18 ທ່ານເຂົ້າຮ່ວມ.

           ໃນພິທີ ທ່ານ ຮສ. ປອ. ບຸນລ້ວນ ດ້ວງເງິນ ໄດ້ຂຶ້ນກ່າວເປີດຫຼັກສູດດັ່ງກ່າວຢ່າງເປັນທາງການ, ເຊິ່ງທ່ານໃຫ້ຮູ້ວ່າ: ຫຼັກສູດການພັດທະນາ ທັກສະການບໍລິຫານ ສຳລັບຜູ້ປະກອບກິດຈະການ Keieijukuຜູ້ເຂົ້າຮ່ວມຫຼັກສູດນີ້ ຕ້ອງແມ່ນຜູ້ບໍລິຫານລະດັບສູງຂອງບໍລິສັດ ຊຶ່ງເປັນຜູ້ທີ່ມີບົດບາດ ແລະສາມາດດຳເນີນການວິເຄາະສະພາບປັດຈຸບັນ, ສ້າງແຜນ ແລະຈັດຕັ້ງປະຕິບັັດການປັບປຸງທີ່ເໝາະສົມສຳລັບບໍລິສັດ, ຕ້ອງມີຄວາມສາມາດດ້ານພາສາອັງກິດທີ່ສາມາດສື່ສານໄດ້ດີເພື່ອໃຫ້ສາມາດຮຽນຮູ້ໂດຍກົງຈາກຊ່ຽວຊານໄດ້.

           ຫຼັກສູດດັ່ງກ່າວແມ່ນໃຊ້ເວລາຮຽນ 6 ເດືອນ, ຄ່າລົງທະບຽນ ແມ່ນ 2.000 US$ ຫລື ປະມານ(16,700,000 ກີບ), ເຊິ່ງສອນໂດຍອາຈານທີ່ມີປະສົບການ ແລະມີຄວາມຮູ້-ຄວາມສາມາດສູງ ຈາກ ສລຍ ແລະອາຈານ, ຊ່ຽວຊານ ຈາກອົງການໄຈກາ ປະເທດຍີ່ປຸ່ນ, ເນື້ອໃນຫຼັກສູດທີ່ຈະໄດ້ຮຽນທັງໝົດ 6 ວິິຊາຄື: 1 ບົດບາດ-ໜ້າທີ ແລະການພັດທະນາປັດຊະຍາການບໍລິຫານ, ຍຸດທະສາດທາງທຸລະກິດ ແລະການດຳເນີນງານ, 2 ຍຸດທະສາດການບໍລິຫານບຸກຄະລາກອນ, 3 ຍຸດທະສາດການບໍລິຫານການເງິນ, 4 ຍຸດທະສາດການຕະຫຼາດ, 5 ການພັດທະນາແຜນທຸລະກິດ ແລະ 6 ກອງປະຊຸມລາຍງານຜົນ ແລະຖອດຖອນບົດຮຽນ. ສຳລັບຫຼັກສູດຝຶກອົບຮົມ ຜູ້ບໍລິຫານລະດັບສູງ ຮຸ່ນທີ 2 ນີ້ ມີນັກຝຶກອົບທີ່ຜ່ານການຄັກເລືອກ ແລະສໍາພາດ ຈໍານວນ18 ທ່ານ. ການຝຶກອົບຮົມແມ່ນ ເລີ່ມແຕ່ວັນທີ 15 ຕຸລາ 2018 ຫາ ວັນທີ 15 ມີນາ 2019  ແລະໃນເດືອນ ເມສາ 2019 ແມ່ນຈະໄດ້ໄປທັດສະນະສຶກສາ ຢູ່ທີ່ປະເທດຍີ່ປຸ່ນ 1 ອາທິດ(ການດຳເນີນການຮຽນ-ການສອນແມ່ນເດືອນລະ 1 ອາທິດເທົ່ານັ້ນ).

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.