ສກມລ ຈັດກອງປະຊຸມປຶກສາຫາລື ກະກຽມຄວາມພ້ອມໃນການເຂົ້າຮ່ວມງານມະຫາກໍາ ກີລາມະຫາວິທະຍາໄລອາຊຽນ ຄັ້ງທີ່ 19 ທີ່ປະເທດມຽນມາ

 

ຕອນເຊົ້າ ວັນທີ 12 ຕຸລາ 2018 ຜ່ານມານີ້, ທີ່ສະໂມສອນ ມະຫາວິທະຍາໄລແຫ່ງຊາດ ຄະນະບໍລິຫານງານ ສະຫະພັນກີລາ ມະຫາວິທະຍາໄລລາວ ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອກະກຽມຄວາມພ້ອມໃນການເຂົ້າຮ່ວມງານ ມະຫາກໍາ ກີລາມະຫາວິທະຍາໄລອາຊຽນ ຄັ້ງທີ່ 19 ທີ່ປະເທດມຽນມາ (AUG 19) ພາຍໃຕ້ການເປັນປະທານຂອງທ່ານ ສຈ. ປອ. ສົມສີ ຍໍພັນໄຊ ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ປະທານສະຫະພັນກີລາ ມະຫາວິທະຍາໄລລາວ, ທ່ານ ຮສ. ດຣ ບຸນຖົມ ຊາມົນຕີ ຮອງອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ຮອງປະທານສະຫະພັນກີລາ ມະຫາວິທະຍາໄລລາວ, ໃນພິທີມີຜູ້ຕາງໜ້າຈາກ ກະຊວງສຶກສາທິການ ແລະກີລາ, ມະຫາວິທະຍາໄລວິທະສາດ ສຸຂະພາບ, ວິທະຍາຄານປ້ອງກັນຊາດ, ໂຮງໝໍມິດຕະພາບ, ວິທະຍາໄລທັງພາກລັດ-ເອກະຊົນ ພ້ອມດ້ວຍຄະນະກໍາມະການ ແລະຄູເຝິກນັກກີລາເຂົ້າຮ່ວມ.

          ໃນທີ່ປະຊຸມ, ຄະນະບໍລິຫານງານ ສະຫະພັນກີລາ ມະຫາວິທະຍາໄລລາວ, ບັນດາຕົວແທນພາກສ່ວນຕ່າງໆທີ່ເຂົ້າຮ່ວມ ແລະຄູຝຶກ ໄດ້ມີການປຶກສາຫາລືກັນ ກ່ຽວກັບການກະກຽມຄວາມພ້ອມໃນການເຂົ້າຮ່ວມງານ ມະຫາກໍາກີລາມະຫາວິທະຍາໄລອາຊຽນ ຄັ້ງທີ 19 ທີ່ປະເທດມຽນມາ(AUG 19), ໃນລະຫວ່າງວັນທີ 10-21 ທັນວາ 2018 ທີ່ຈະມາເຖິງນີ້; ໂດຍສະເພາະ ແມ່ນການກຽມຄວາມພ້ອມທາງດ້ານງົບປະມານ, ການຝຶກຊ້ອມ ແລະການຄັດເລືອກເອົາຈໍານວນນັກກີລາທີ່ເປັນຕົວແທນໃນແຕ່ລະປະເພດທີ່ເຂົ້າຮ່ວມການແຂ່ງຂັນ, ສໍາລັບປະເພດກີລາ ທີ່ສະຫະພັນກີລາ ມະຫາວິທະຍາໄລລາວ  ຈະສົ່ງເຂົ້າແຂ່ງຂັນຊີງລາງວັນ ມີທັງໝົດ 09 ປະເພດກີລາຄື: ແລ່ນລານ, ບານເຕະ, ຍິງທະນູ, ເປຕັງ, ກະຕໍ້, ກ໊ອບ, ຫວໍຫວຽດນາມ, ວູຊູ ແລະກີລາດອກປີກໄກ່, ເຊິ່ງຈໍານວນນັກກີລາ ທີ່ສົ່ງເຂົ້າຮ່ວມໃນງານດັ່ງກ່າວມີປະມານ 150 ຄົນ, ລວມທັງ ຄະນະນໍາ, ຄູຝຶກ, ນັກກີລາ ແລະ ແພດປະຈໍາສະໜາມ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.