ຄະນະວິທະຍາສາດປ່າໄມ້ ມຊ ຈັດພິທີເປີດສູນຄົ້ນຄວ້າວິທະຍາສາດປ່າໄມ້ ແລະຜະລິດຕະພັນໄມ້

ໃນຕອນເຊົ້າ ວັນທີ 8 ຕຸລາ 2018 ນີ້, ຄະນະວິທະຍາສາດປ່າໄມ້ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີເປີດສູນຄົ້ນຄວ້າວິທະຍາສາດປ່າໄມ້ ແລະຜະລິດຕະພັນໄມ້ ຂຶ້ນທີ່ຄະນະວິຊາຂອງຕົນ, ໂດຍການເຂົ້າຮ່ວມຂອງ ທ່ານ ຮສ. ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ ແລະປ່າໄມ້, ທ່ານ ຮສ. ປອ. ລັດສະໜີ ບຸບຜາ ຄະນະບໍດີ ຄະນະວິທະຍາສາດປ່າໄມ້, ມີຜູ້ຕາງໜ້າຈາກສະຖານທູດອົດສະຕາລີ ປະຈໍາ ສປປ ລາວ, ພ້ອມດ້ວຍທີ່ແຂກທີ່ຖືກເຊີນມາຈາກກະຊວງກະສິກໍາ ແລະປ່າໄມ້, ກະຊວງອຸດສະຫະກໍາ ແລະການຄ້າ, ກະຊວງວິທະຍາສາດ ແລະເຕັກໂນໂລຊີ ແລະຜູ້ຕາງໜ້າຈາກພາກສ່ວນອົງການຈັດຕັ້ງພາຍໃນ ສປປ ລາວ ແລະອົງການຈັດຕັ້ງສາກົນເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ຊູຊາດ ໄຊຍະກຸມມານ ໄດ້ກ່າວເປີດສູນຄົ້ນຄວ້າວິທະຍາສາປ່າໄມ້ ແລະຜະລິດຕະພັນໄມ້ຂຶ້ນຢ່າງເປັນທາງການ, ສູນດັ່ງກ່າວສ້າງຂຶ້ນພາຍໃຕ້ໂຄງການໆຍົກສູງຄວາມທັນສະໄໝຂອງອຸດສາຫະກໍາປຸງແຕ່ງໄມ້ຢູ່ ສປປ ລາວ ແລະອົດສະຕາລີ (RCIAR), ໂດຍມີເປົ້າໝາຍໃນການສົ່ງເສີມການພັດທະ ນານະວັດຕະກໍາເຂົ້າໃນຂະແໜງອຸດສາຫະກໍາປຸງແຕ່ງໄມ້ໃຫ້ສາມາດເຂົ້າເຖິງຕະຫຼາດໄດ້ ໂດຍການນໍາໃຊ້ຊັບພະຍາກອນໄມ້ປູກໃນ ສປປ ລາວ, ທັງເປັນການພັດທະນາ ແລະນໍາໃຊ້ເຕັກໂນໂລຊີໃໝ່ເຂົ້າໃນການຜະລິດ ເພື່ອຍົກສູງປະສິດທິພາບ ແລະສາມາດແຂ່ງຂັນກັນທາງດ້ານການຄ້າຂອງຜະລິດຕະພັນໄມ້ອັດທີ່ຮັບໃຊ້ເຂົ້າໃນວຽກງານວິສະວະກໍາ ແລະປັບປຸງຄວາມສາມາດຢູ່ ສປປ ລາວ ແລະອົດສະຕາລີ ກ່ຽວກັບການພັດທະນາ ແລະການຜະລິດຂອງຜະລິດຕະພັນໄມ້ອັດໂດຍນໍາໃຊ້ໄມ້ບາງປອກ, ໄມ້ຕໍ່ປະສານ ແລະວັດສະດຸອື່ນໆອີກ.
ຈາກນັ້ນໃນທີ່ປະຊຸມຍັງໄດ້ຮັບຟັງການລາຍງານໂຄງການໆຍົກສູງຄວາມທັນສະໄໝຂອງອຸດສາຫະກໍາປຸງແຕ່ງໄມ້ຢູ່ ສປປ ລາວ ແລະອົດສະຕາລີ (RCIAR), ໂຄງການດັ່ງກ່າວ ນີ້ ແມ່ນໄດ້ຮັບການສະໜັບສະໜູນດ້ານການເງິນຈາກສູນຄົ້ນຄວ້າກະສິກໍາສາກົນປະເທດອົດສະຕາລີ; ຄະນະວິທະຍາສາດປ່າໄມ້ ມຊ ໄດ້ຖືກມອບໝາຍໃຫ້ເປັນຕົວແທນຂອງຝ່າຍລາວ ແລະມະຫາວິທະຍາໄລເມວເບີນ ເປັນຕົວແທນຝ່າຍປະເທດອົດສະຕາລີໃນການນໍາພາດໍາເນີນໂຄງການ. ໂຄງການນີ້ ໄດ້ຈັດຕັ້ງປະຕິບັດພາຍໃຕ້ການຮ່ວມມືຈາກຫຼາຍພາກສ່ວນ: ANU, LTPT, DAF, DOF, DOIH, DOFI, ສະມາຄົມເຟີນີເຈີລາວ, ສະມາຄົມອຸດສາຫະກໍາປຸງແຕ່ງໄມ້, ຄະນະວິສະວະກໍາສາດ ແລະຄະນະສະຖາປັດຕະຍະກໍາສາດ ມຊ, ໂຄງການໄດ້ດໍາເນີນ ແລະປະຕິບັດຫຼາຍກິດຈະກໍາ ທີ່ມີຜົນສໍາເລັດຕາມແຜນ. ໃນນັ້ນປະກອບມີ: ເລື່ີອງນະໂຍບາຍປ່າໄມ້, ການວິເຄາະຕ່ອງໂສ້ມູນຄ່າປ່າໄມ້, ການສໍາຫຼວດ ແລະການສ້າງແຜນທີ່ສວນປູກໄມ້ສັກ, ການຄົ້ນຄວ້າພັດທະນາຜະລິດຕະພັນ, ການຝຶກອົບຮົມ, ການຄົ້ນຄວ້າຂອງນັກສຶກສາ, ການສ້າງຕັ້ງສູນຄົ້ນຄວ້າວິທະຍາສາດໄມ້ ແລະຜະລິດຕະພັນໄມ້ເປັນຕົ້ນ.