ຄະນະເສດຖະສາດ ແລະບໍລິຫານທຸລະກິດເປີດການຮຽນ-ການສອນຫຼັກສູດ ປະລິນຍາເອກ ສາຂາ ເສດຖະສາດ
ໃນຕອນບ່າຍ ວັນທີ 10 ຕຸລາ 2018 ຜ່ານມານີ້, ຄະນະເສດຖະສາດ ແລະບໍລິຫານ ທຸລະກິດ ມະຫາວິທະຍາໄລແຫ່ງຊາດ ໄດ້ເປີດການຮຽນ-ການສອນຫຼັກສູດ ປະລິນຍາເອກ ສາຂາເສດຖະສາດ ຂຶ້ນທີ່ຫ້ອງປະຊຸມສະໂມສອນ ຄະນະຕົນ ໂດຍການເຂົ້າຮ່ວມຂອງທ່ານ ສຈ. ປອ. ສົມສີ ຍໍພັນໄຊ ວ່າການອະທິ ການບໍດີ ມະຫາວິທະຍາໄລແຫ່ງຊາດ, ມີທ່ານ ເພັດສະໝອນ ພົມມະວົງ ຄະນະບໍດີ ຄະນະເສດຖະສາດ ແລະບໍລິຫານທຸລະກິດ ພ້ອມດ້ວຍແຂກທີ່ຖືກເຊີນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.
ໃນພິທີ ທ່ານ ເພັດສະໝອນ ພົມມະວົງ ກໍໄດ້ກ່າວເປີດຫຼັກສູດດັ່ງກ່າວ, ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ການເປີດຫຼັກສູດປະລິນຍາເອກສາຂາເສດຖະສາດ ແມ່ນເພື່ອສ້າງບຸກຄະລາກອນ ໃຫ້ມີຄວາມຮູ້ທາງດ້ານເສດຖະສາດ ແລະສ້າງນະໂຍບາຍສະໜັບສະໜູນການພັດທະນາ ເສດຖະກິດ-ສັງຄົມ ໃນຍຸກທີ່ມີການເຊື່ອມໂຍງກັບພາກພື້ນ ແລະສາກົນ, ເພື່ອສ້າງນັກຄົ້ນຄວ້າວິທະຍາສາດ ແລະສ້າງນັກວິຊາການທາງດ້ານເສດຖະສາດ, ນັກວາງແຜນທີ່ມີຄວາມຊຳນານສະເພາະ ເຊິ່ງກຸ່ມຄົນດັ່ງກ່າວ ແມ່ນໄດ້ປະກອບສ່ວນຢ່າງສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ. ນອກນັ້ນ ຫຼັກສູດນີ້, ຍັງໄດ້ສະແດງໃຫ້ເຫັນເຖິງການພັດທະນາລະດັບການສຶກສາໃນ ສປປ ລາວ ທີ່ມີບາດກ້າວຂະຫຍາຍຕົວຢ່າງບໍ່ຢຸດຢັ້ງເວົ້າລວມ; ເວົ້າສະເພາະ ກໍແມ່ນການຍົກລະດັບພາລະບົດບາດ ແລະມາດຕະຖານ ການຮຽນ-ການສອນຂອງມະຫາວິທະຍາໄລແຫ່ງຊາດ ກໍຄືຄະນະເສດຖະສາດ ແລະບໍລິຫານທຸລະກິດ ໃຫ້ເທົ່າທຽມກັບລະດັບພາກພື້ນ ແລະສາກົນ.
ສໍາລັບຫຼັກສູດດັ່ງກ່າວແມ່ນໃຊ້ເວລາຮຽນ 3-5 ປີ, ຄ່າລົງທະບຽນ ແມ່ນ 62 ລ້ານກີບ (7,300 USD)ເຊິ່ງສອນໂດຍອາຈານທີ່ມີປະສົບການ ແລະມີຄວາມຮູ້ຄວາມສາມາດ ຈາກຄະນະເສດຖະສາດ ແລະບໍລິຫານທຸລະກິດ ແລະອາຈານ, ຊ່ຽວຊານ ຮັບເຊີນຈາກຕ່າງປະເທດ, ເນື້ອໃນຫຼັກສູດທີ່ຈະໄດ້ຮຽນມີທັງໝົດ 3 ໝວດວິິຊາຄື: ໝວດວິຊາທິດສະດີ ປະກອບມີ 5 ວິຊາ, ໜວດວິຊາຄົ້ນຄວ້າ ແລະກິດຈະກຳທາງວິຊາການ ປະກອບມີ 4 ວິຊາ ແລະການຂຽນວິທະຍານິພົນ ລວມທັງໝົດ 62 ໜ່ວຍກິດ. ສຳລັບເງື່ອນໄຂຂອງນັກສຶກສາທີ່ສົນໃຈສະໝັກເຂົ້າຮຽນໃນຫຼັກສູດດັ່ງກ່າວນີ້ ແມ່ນ ຕ້ອງເປັນນັກສຶກສາທີ່ສຳເລັດການສຶກສາໃນລະດັບປະລິນຍາໂທ ສາຂາເສດຖະສາດ ຫຼືສາຂາອື່ນໆທີ່ກ່ຽວຂ້ອງ ມີຄະແນນສະເລ່ຍ 3,50 ຂຶ້ນໄປ, ຕ້ອງຮູ້ພາສາອັງກິດໃນລະດັບດີ ສາມາດສະເໜີບົດຄົ້ນຄວ້າຕໍ່ກອງປະຊຸມວິຊາການຢູ່ພາຍໃນ ຫຼື ຕ່າງປະເທດໄດ້ ແລະຕ້ອງມີຄວາມຮູ້, ມີທັກສະທາງດ້ານໄອທີໃນລະດັບດີ, ສາມາດຄົ້ນຫາຂໍ້ມູນ ແລະບົດຄົ້ນຄວ້າວິທະຍາ ສາດທີ່ກ່ຽວຂ້ອງໄດ້. ການເປີດຮັບສະໝັກແມ່ນເລີ່ມແຕ່ວັນທີ 15 ພະຈິກ - 7 ທັນວາ 2018, ສອບເສັງຄັດເລືອກ 15 ທັນວາ 2018, ປະກາດຜົນສອບເສັງ 25 ທັນວາ 2018 ແລະເລີ່ມເຂົ້າຮຽນໃນວັນທີ 1 ມີນາ 2018ທີ່ຈະມາເຖິງນີ້.