ມຊ ຈັດພິທີ ສະຫຼຸບຊຸດຝຶກອົບຮົມທິດສະດີການເມືອງ ແລະການປົກຄອງໄລຍະສັ້ນ 45 ວັນ ຮຸ່ນທີ XII


ຕອນບ່າຍວັນທີ 05 ຕຸລາ 2018 ຜ່ານມານີ້, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີສະຫຼຸບຊຸດການຝຶກອົບຮົມທິດສະດີການເມືອງ ແລະການປົກຄອງໄລຍະສັ້ນ 45 ວັນ ຮຸ່ນທີ XII ທີ່ຫ້ອງປະຊຸມສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ໂດຍການເປັນປະທານຂອງສະຫາຍ ສຈ. ປອ. ສົມສີ ຍໍພັນໄຊ ຄະນະປະຈຳພັກ ກະຊວງສຶກສາທິການ ແລະກີລາ, ເລຂາຄະນະພັກ ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ມີສະຫາຍ ນາງ ໄກສອນ ຈັນສີນາ ຮັກສາການຫົວໜ້າກົມວິຊາການ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ມີບັນດາສະຫາຍຄະນະພັກ ມຊ, ບັນດາເລຂາພັກຮາກຖານ ຄະນະວິຊາ, ເລຂາໜ່ວຍພັກ ອ້ອມຂ້າງ ມະຫາວິທະຍາໄລແຫ່ງຊາດ ແລະນັກສຳມະນາກອນເຂົ້າຮ່ວມ.
ໃນພິທີ, ສະຫາຍ ນາງ ທອງຈັນ ສີຊົມພູ ຮອງຫົວໜ້າຫ້ອງການຈັດຕັ້ງ ແລະຄຸ້ມຄອງພະນັກງານ ມຊ ໄດ້ຂຶ້ນຜ່ານບົດສະຫຼຸບບັ້ນຝຶກອົບຮົມທິດສະດີການເມືອງ ແລະການປົກຄອງໄລຍະສັ້ນ 45 ວັນ ໂດຍໄດ້ສະຫຼຸບໃຫ້ເຫັນໃນແຕ່ລະດ້ານຄື: ດ້ານສະພາບລວມ ຊຸດຝຶກອົບຮົມທິດສະດີການເມືອງ ແລະການປົກຄອງແຫ່ງຊາດ ຊຸດທີ 12 ຂອງ ມຊ, ແມ່ນໄດ້ເລີ່ມເປີດການຮຽນ-ການສອນ ໃນວັນທີ 03 ສິງຫາ ເຖິງ ວັນທີ 05 ຕຸລາ 2018; ມີຜູ້ເຂົ້າຮ່ວມທັງໝົດ 100 ສະຫາຍ ຍິງ 50 ສະຫາຍ, ເຊິ່ງມາຈາກ 14 ພັກຮາກຖານ ທົ່ວມະຫາວິທະຍາໄລແຫ່ງຊາດ, ໂດຍມີໂຄງຮ່າງການຈັດຕັ້ງແບ່ງອອກອອກເປັນ 5 ໜ່ວຍ, ໜ່ວຍລະ 20 ສະຫາຍ; ດ້ານວິຊາສະເພາະ ແມ່ນໄດ້ປະຕິບັດຕາມຕາຕະລາງການຮຽນ-ການສອນຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດກຳນົດໄວ້, ຊຶ່ງລວມມີ 05 ວິຊາຄື: ວິຊາປັດຊະຍາ ມີ 08 ບົດ, ວິຊາເສດຖະສາດການເມືອງ ມີ 10 ບົດ, ວິຊາລັດທິສັງຄົມນິຍົມວິທະຍາສາດ ມີ 06 ບົດ, ວິຊາບໍລິຫານສາດ ມີ 08 ບົດ ແລະ ວິຊາກໍ່ສ້າງພັກ ມີ 05 ບົດ. ເຊິ່ງສອນໂດຍອາຈານທີ່ມາຈາກສະຖາບັນການເມືອງ ແລະການປົກຄອງແຫ່ງຊາດຈຳນວນ 31 ທ່ານ ຍິງ 06 ທ່ານ. ນອກນັ້ນ ຍັງມີຄະນະພັກຄະນະນຳຈາກມະຫາວິທະຍາໄລແຫ່ງຊາດທີ່ສັບປ່ຽນໝູນວຽນມາຜັນຂະຫຍາຍບັນດາເນື້ອໃນທີ່ມີຄວາມສຳຄັນ ແລະກ່ຽວພັນກັບ ມະຫາວິທະຍາໄລແຫ່ງຊາດຕື່ມອີກ.
ສະຫຼຸບແລ້ວ ໃນຈໍານວນນັກຝຶກອົບຮົມທັງໝົດ 100 ຄົນໄດ້ຮັບໃບຢັ້ງຢືນສົມບູນ 97 ສະຫາຍ (ສ່ວນອີກ 2 ສະຫາຍທີ່ສັງກັດຢູ່ຄະນະກະເສດສາດ ແລະຄະນະວິທະຍາສາດປ່າໄມ້ ແມ່ນໄປປະຕິບັດໜ້າທີ່ຢູ່ຕ່າງປະເທດແມ່ນໄດ້ຮັບໃບຢັ້ງຢືນຊົ່ວຄາວ ແລະອີກ 1 ສະຫາຍ ທີ່ສັງກັດຢູ່ຄະນະວິສະວະກຳສາດ ແມ່ນບໍ່ມີເງື່ອນໄຂຮັບໃບຢັ້ງຢືນ ຍ້ອນບັນຫາສຸຂະພາບ ຜູ້ກ່ຽວບໍ່ສາມາດມາຮຽນຕາມເວລາທີ່ການກຳນົດໄວ້). ຕະຫຼອດໄລຍະເວລາການຝຶກອົບຮົມນັກສຳມະນາກອນທຸກສະຫາຍແມ່ນໄດ້ເອົາໃຈໃສ່ໃນການຄົ້ນຄວ້າເຊື່ອມຊືມເອກະສານຕ່າງໆ, ມີຄວາມເປັນເຈົ້າການຈົດກ່າຍບົດຮຽນ, ສຶກສາຕຳລາຮຽນດ້ວຍຕົນເອງ ແລະປະກອບສ່ວນໃນຂະບວນການຮຽນ-ການສອນໃນແຕ່ລະວິຊາຢ່າງເປັນຂະບວນຟົດຟື້ນ ແລະໃນໂອກາດດຽວກັນ, ສະຫາຍ ສຈ. ປອ. ສົມສີ ຍໍພັນໄຊ ກໍໄດ້ຂຶ້ນມອບໃບຢັ້ງຢືນ ແລະໃຫ້ຄຳໂອ້ວາດເນັ້ນໜັກໃຫ້ແກ່ນັກສຳມະນາກອນທຸກສະຫາຍໃຫ້ນໍາເອົາບົດຮຽນທີ່ໄດ້ຝຶກອົບຮົມມາ ໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງໃຫ້ເກີດດອກອອກຜົນ.