ມຊ ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິ, ຄຳສັ່ງ ແລະເອກະສານສຳຄັນຂອງພັກ


ຕອນເຊົ້າ ວັນທີ 26 ກັນຍາ 2018 ຜ່ານມານີ້, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມບັນດາມະຕິຄຳສັ່ງ ແລະເອກະສານສຳຄັນຂອງພັກ ທີ່ຫ້ອງປະຊຸມສະໂມສອນ ຄະນະເສດຖະສາດ ແລະບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ, ໂດຍການເປັນປະທານຂອງສະຫາຍ ສຈ. ປອ. ສົມສີ ຍໍພັນໄຊ ຄະນະປະຈໍາພັກກະຊວງສຶກສາທິການ ແລະກີລາ, ເລຂາຄະນະພັກ ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ມີບັນດາສະຫາຍຄະນະບໍລິຫານງານພັກ, ເລຂາ-ຮອງເລຂາ ຄະນະພັກຮາກຖານທັງ 14 ຮາກຖານ, ເລຂາໜ່ວຍພັກ ແລະສະມາຊິກພັກເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວມີຈຸດປະສົງເພື່ອ ເປັນການສ້າງຄວາມຮູ້ຄວາມເຂົ້າໃຈ ແລະກຳແໜ້ນມະຕິຄຳສັ່ງຂອງພັກ ແລ້ວຫັນເປັນແຜນປະຕິບັດງານລະອຽດຂອງຕົນ; ຍົກສູງຄວາມເປັນເຈົ້າການ ແລະຄວາມຮັບຜິດຊອບໃນການແກ້ໄຂບັນຫາຕົວຈິງ ແລະການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ.
ສຳລັບຜູ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ແມ່ນຈະໄດ້ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ, ຄັ້ງທີ 06 ສະໄໝທີ X; ຄໍາສັ່ງຄະນະເລຂາທິການ ສູນກາງພັກ ສະບັບເລກທີ 04/ຄລສພ, ລົງວັນທີ 07 ພຶດສະພາ 2018 ວ່າດ້ວຍການກະກຽມດໍາເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງ, ອົງຄະນະພັກເມືອງ-ນະຄອນຫຼວງ ແລະຮາກຖານພັກໃນທົ່ວປະເທດ, ຄໍາສັ່ງແນະນໍາຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 04/ຄລສພ, ລົງວັນທີ 7 ພຶດສະພາ 2018 ວ່າດ້ວຍການກະກຽມດຳເນີນກອງປະຊຸມໃຫຍ່ຂອງພັກ, ບົດປະກອບຄໍາເຫັນຂອງຄະນະພັກກະຊວງໃນການຜັນຂະຫຍາຍມະຕິ 6 ສະໄໝທີ X ກ່ຽວກັບວິທີ ແລະມາດຕະການຂະຫຍາຍຜົນສຳເລັດ ຂອງການປະຕິຮູບການສຶກສາ, ມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານພັກ ກະຊວງສຶກສາ, ຄັ້ງທີ 12 ສະໄໝທີ VIII, ມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 037/ຄບສພ, ລົງວັນທີ 18 ມິຖຸນາ 2018 ວ່າດ້ວຍການຍົກສູງປະສິດທິພາບຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະໂຄງການບົກສູງຄຸນນະພາບການສຶກສາ ແລະ ກີລາ ຢູ່ເຂດຫ່າງໄກສອກຫຼີກ, ເຜີຍແຜ່ໂດຍ ຄະນະບໍລິຫານງານພັກ ມະຫາວິທຍາໄລແຫ່ງຊາດ.