Select your language

          ຄະນະສະຖາປັດຕະຍະກຳສາດ (ຄສປ) ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີແຂ່ງຂັນການອອກແບບຜະລິດຕະພັນຈາກຢາງຕີນລົດ ປະຈຳປີ 2022 ຈາກນັກສຶກສາ ສາຂາອອກແບບຜະລິດຕະພັນ ພາກວິຊາອອກແບບ ແລະຕົກແຕ່ງ ເພື່ອໃຫ້ນັກສຶກສາໄດ້ຮຽນຮູ້ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ໃຫ້ນັກສຶກສາມີຄວາມເຂົ້າໃຈການອອກແບບ ແລະ ສາມາດສ້າງຜະລິດຕະພັນໄດ້ຢ່າງມີຄຸນນະພາບທົນທານ, ມີອາຍຸການໃຊ້ງານດົນນານ ແລະ ເປັນມິດກັບສິ່ງແວດລ້ອມ ພ້ອມນັ້ນຍັງເປັນການ ສົ່ງເສີມການນຳເອົາວັດສະດຸທີ່ນຳໃຊ້ແລ້ວມາໜູນໃຊ້ (REUES) ໂດຍຜ່ານຂະບວນການອອກແບບເປັນຜະລິດຕະພັນຕ່າງໆນຳໃຊ້ໄດ້ຈິງ.

         ພິທີດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 26 ຕຸລາ 2022, ທີ່ຄະນະສະຖາປັດຕະຍະກຳສາດ ມຊ ໂດຍການເປັນປະທານຂອງທ່ານ ສິນທະວອນ ດາລາວົງ ຄະນະບໍດີຄະນະສະຖາປັດຕະຍະກຳສາດ ມຊ, ມີ ທ່ານ ໜູໄຊ ແຫວນສະຫວັນ ປະທານບໍລິສັດໂຄລາວ ດິວິລົບພິງ ຈຳກັດ, ທ່ານ ວົງໄພ ບຸນມະນີ ສະມາຄົມສະຖາປະນິກ ແລະ ວິສະວະກອນລາວ ພ້ອມດ້ວຍແຂກທີ່ຖືກເຊີນ, ຄູອາຈານ ແລະນັກສຶກສາເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ສິນທະວອນ ດາລາວົງ ໄດ້ກ່າວວ່າ: ການຈັດກິດຈະກຳຄັ້ງນີ້ ແມ່ນເລີ່ມຈາກການໃຫ້ນັກສຶກສານຽນຮູ້ໃນພາກທິດສະດີກ້າວເຂົ້າສູ່ການຄົ້ນຄິດອອກແບບ ຈົນເຖິງການໃຫ້ນັກສຶກສານຳເອົາວັດສະດຸມາຜະລິດຕົວຈິງຕາມການອອກແບບ, ຊຶ່ງຜະລິດຕະພັນທີ່ໄດ້ຜະລິດຂຶ້ນຄັ້ງນີ້, ມີປະເພດເຄື່ອງໃຊ້ສອຍຕ່າງໆໃນຊິວິດປະຈຳວັນ ເປັນຕົ້ນແມ່ນ ໂຕະ, ຕັ່ງ, ກະເປົາ, ໂຖດອກໄມ້, ໂມງ ແລະ ອື່ນໆ ໂດຍມີການກຳນົດໃຫ້ນຳໃຊ້ຢາງຕີນລົດເກົ່າເປັນວັດສະດຸຕົ້ນຕໍ, ຊຶ່ງເຫັນວ່າ ກິດຈະກຳດັ່ງກ່າວນີ້ ມີຄວາມສຳຄັນຫຼາຍ ເພາະເປັນການສົ່ງເສີມການນຳເອົາການຮຽນ-ການສອນພາກທິດສະດີ ຕິດພັນກັບການລົງເລິກສູ່ການປະຕິບັດຕົວຈິງ ເພື່ອໃຫ້ເກີດຄວາມຊ່ຽວຊານ ແລະ ເຫັນໝາກຜົນຢ່າງເປັນຮູບປະທຳ ແລະ ນຳໃຊ້ໄດ້ຈິງ ໂດຍການນຳເອົາຢາງຕີນລົດເກົ່າມາປະຍຸກ ສ້າງໃຫ້ເກີດປະໂຫຍດຄືນໃໝ່, ກິດຈະກຳນີ້ ຈະສາມາດຊ່ວຍປະຫຍັດຊັບພະຍາກອນທຳມະຊາດ ແລະ ຍັງຊ່ວຍຮັກສາສະພາບແວດລ້ອມໄດ້ເປັນຢ່າງດີອີກດ້ວຍ.

        ນອກຈາກນັ້ນ, ໃນພິທີບັນດານ້ອງໆນັກສຶກສາ ທີ່ເຂົ້າຮ່ວມແຂ່ງຂັນຍັງໄດ້ຂຶ້ນນຳສະເໜີຜົນງານ ແລະອະທິບາຍກ່ຽວກັບລາຍລະອຽດຂອງການປະຍຸກໃຊ້ ຢາງຕີນລົດເກົ່າມາຜະລິດເປັນເຄື່ອງໃຊ້ຕ່າງໆ ໂດຍມີຄະນະກຳມະການສະແດງຄວາມຄິດເຫັນ ແລະໃຫ້ຄະແນນ. ຜ່ານການແຂ່ງຂັນຜົນປະກົດວ່າ ທີມຊະນະເລີດໄດ້ແກ່ ທີມທີ່ມີຊື່ວ່າ: Two + Four (2+4)  ຈາກພາກວິຊາ ອອກແບບ ແລະຕົກແຕ່ງ  ສາຂາອອກແບບຜະລິດຕະພັນ ຄະນະສະຖາປັດຕະຍະກຳສາດ ປະກອບມີ ນາງ ຊົມພູ້ ຜອງດາລາ, ນາງ ວິຈິດຕາ ບຸນເຮືອງ, ທ້າວ ສາຍຊົນ ສຸດທິຈັກ, ນາງ ແມັກນີ້ ກອງປະເພັດ, ນາງ ເຈນນີ້ ສະແຫວງໂຊກ, ນາງ ລັດດາວອນ ໄຊວິບູນ, ທ້າວ ທະນະພົນ ມະນີວົງ ໄດ້ຮັບທຶນການສຶກສາມູນຄ່າ 2,000,000 ກີບ ພ້ອມໃບຍ້ອງຍໍ; ທີມທີ່ໄດ້ອັບດັບທີ 2 ແມ່ນທີມ Genius ໄດ້ຮັບທຶນການສຶກສາ 1,500,000 ກີບ ພ້ອມດ້ວຍໃບຍ້ອງຍໍ ແລະ ທີມທີ່ໄດ້ອັນດັບທີ 3 ແມ່ນທີມ ສາຍຣຸ້ງ ໄດ້ຮັບທຶນການສຶກສາ 1,000,000 ກີບ ພ້ອມໃບຍ້ອງຍໍ. ການຈັດກິດຈະກຳໃນຄັ້ງນີ້ ເປັນການຮ່ວມມືລະຫວ່າງ ຄະນະສະຖາປັດຕະຍະກຳສາດ ມຊ ຮ່ວມກັບ ບໍລິສັດ ໂຄລາວ ດິວິລົບພິງ ຈຳກັດ. 

ພາບບັນຍາກາດ