Select your language

ໃນວັນທີ 10 ມັງກອນ, 2023 ຄະນະສະຖາປັດຕະຍະກຳສາດ, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີມອບລາງວັນການແຂ່ງຂັນປະກວດແບບສາລາຊົມນົກ ທີ່ຈະນໍາໄປກໍ່ສ້າງຢູ່ສວນນົກນາ ໆ ຊາດ ກວາງຊູ ໜານຊາ, ປະເທດຈີນ. ການປະກວດແບບດັ່ງກ່າວ ໂດຍການເປັນເຈົ້າພາບຂອງຄະນະສະຖາປັດຕະຍະກໍາສາດ, ມະຫາວິທະຍໄລແຫ່ງຊາດ ໄດ້ຈັດຕັ້ງປະຕິບັດເລີ່ມແຕ່ວັນທີ 10/7/2022 ເປັນຕົ້ນມາ, ມີຜູ້ເຂົ້າຮ່ວມການແຂ່ງຂັນຈາກມະຫາວິທະຍາໄລຕ່າງ ໆ ໃນທົ່ວປະເທດລວມມີທັງໝົດ 33 ທີມ.

ການດຳເນີນປະກວດຄັດເລືອກແບບດັ່ງກ່າວໄດ້ຈັດເປັນ 3 ຮອບ ໂດຍມີຄະນະກໍາມະການຕັດສິນທີ່ເປັນຕົວແທນຈາກປະເທດຈີນ 5 ທ່ານ ແລະ ຄະນະກຳມະການຈາກກະຊວງໂຍທາທິການ ແລະ ຂົນສົ່ງ, ສະມະຄົມສະຖາປະນິກ ແລະ ວິສະວະກອນແຫ່ງຊາດ, ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສຸພານຸວົງ ແລະ ມະຫາວິທະຍາໄລຈໍາປາສັກ ພາກສ່ວນລະ 1 ທ່ານ, ລວມຄະນະກຳມະການທັງໝົດມີຈໍານວນ 10 ທ່ານ.

ຜົນການແຂ່ງຂັນມີດັ່ງນີ້:

- ອັນດັບທີ 1 ມີ 2 ຜົນງານຄື: ຈາກນັກສຶກສາຄະນະສະຖາປັດຕະຍະກຳສາດ, ມະຫາວິທະຍາໄລສຸພານຸວົງ 1 ຜົນງານ ແລະ ຈາກນັກສຶກສາຄະນະສະຖາປັດຕະຍະກຳສາດ, ມະຫາວິທະຍາໄລແຫ່ງຊາດ 1 ຜົນງານ. ລວມເງິນລາງວັນອັນດັບທີ 1 ແມ່ນ: 37,000,000 ກີບ ແລະ ໄດ້ຮັບລາງວັນ Excellence Reward ໃນຫົວຂໍ້ Comprehensive Award ຈາກປະເທດຈີນ.

- ອັນດັບ 2 ມີ 2 ຜົນງານ ໄດ້ຮັບເງິນລາງວັນ 18,294,000 ກີບ.

- ອັນດັບ 3 ມີ 2 ຜົນງານ ໄດ້ຮັບເງິນລາງວັນ 13,728,000 ກີບ.

- ພິເສດສໍາຫຼັບຜົນງານອັນດັບ ທີ 1 ທັງ 2 ຜົນງານ ຈະຖືກນໍາໄປກໍ່ສ້າງຢູ່ສວນນົກນາ ໆ ຊາດ ທີ່ເມືອງ ໜານຊາ ສ.ປ ຈີນ ແລະ ກໍ່ສ້າງຢູ່ສວນສາທາລະນະເພື່ອການຮຽນຮູ້ ຂອງຄະນະສະຖາປັດຕະຍະກໍາສາດ, ມະຫາວິທະຍາໄລແຫ່ງຊາດ.