Select your language

ເນື່ອງໃນໂອກາດ ສົ່ງທ້າຍປີເກົ່າ ຄສ. 2022 ແລະຕ້ອນຮັບປີໃໝ່ 2023 ໃນລະຫວ່າງ ວັນທີ 26 ຫາ 31 ທັນວາ 2022 ນີ້, ທີ່ຫ້ອງຮັບແຂກ ຕຶກສໍານັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ(ມຊ) ພາກສ່ວນຕ່າງໆໃນນະຄອນຫຼວງວຽງຈັນ ແລະພາຍໃນ ມຊ ເປັນຕົ້ນ ແມ່ນ ຕົວແທນທະນາຄານການຄ້າຕ່າງປະເທດ, ບໍລິສັດດວງຈະເລີນ, ບໍລິສັດ ໂງດຶກຮາວ, ບໍລິສັດ ໄອບອນມີ,  ບໍລິສັດຮັບພັດທະນາ, ບໍລິສັດ ອຸດົມຊັບ, ໂຮງຮຽນ ນິຕາຮົງກົງ, ຮ້ານສາລະຄາມ, ໂຄງການ RDI, ໂຮງຮຽນ ນານາຊາດ ແລະໂຮງພິແຫ່ງລັດ; ພາກສ່ວນພາຍໃນ ມີ ບັນດາຄະນະວິຊາ, ຫ້ອງການ, ສະຖາບັນ, ສູນ ອ້ອມຂ້າງ ມຊ ໄດ້ນໍາເອົາກະຕ່າຂອງຂວັນ ເຂົ້າອວຍພອນ ຄະນະນໍາ ມຊ. ໂດຍມີທ່ານ ຮສ.ປອ ອຸດົມ ພອນຄໍາເພັງ ອະທິການຍຊດີ ມຊ, ພ້ອມດ້ວຍຄະນະ ຕ້ອນຮັບການອວຍພອນ.

         ການເຂົ້າອວຍພອນ ຄະນະນໍາ ມຊ ຂອງພາກສ່ວນຕ່າງໆ ທັງພາຍນອກ ແລະພາຍໃນ ມຊ ຄັ້ງນີ້; ກໍເພື່ອເປັນການສະແດງຄວາມຮູ້ບຸນຄຸນ ຕໍ່ຄະນະພັກ, ຄະນະນໍາ ມຊ ທີ່ໄດ້ອຸທິດເຫື່ອແຮງ, ສະຕິປັນຍາ ເຂົ້າໃນການພັດທະນາວຽກງານການສຶກສາເວົ້າລວມ; ເວົ້າສະເພາະແມ່ນການຊີ້ນໍາໆພາ ແລະພັດທະນາ ມຊ ໃຫ້ມີຄວາມກ້າວໜ້າ ແລະເຕີບໃຫຍ່-ຂະຫຍາຍຕົວ ທັງທາງດ້ານປະລິມານ ແລະຄຸນນະພາບຕະຫຼອດມາ; ເຊິ່ງນັບແຕ່ວັນສ້າງຕັ້ງ ມາຮອດປັດຈຸບັນ ມຊ ກໍມີອາຍຸ ຄົບ 26 ປີ ພໍດີ, ມຊ ໄດ້ມີສ່ວນຮ່ວມ ແລະສ້າງຜົນປະໂຫຍດໃຫ້ແກ່ສັງຄົມ ແລະປະເທດຊາດຢ່າງກວ້າງເຊັ່ນ: ສ້າງນັກວິທະຍາສາດ-ນັກຄົ້ນຄວ້າ, ນັກວິຊາການ ແລະສ້າງບຸກຂະລາກອນສາຂາວິຊາຕ່າງໆອອກຮັບໃຊ້ສັງຄົມ ແລະປະເທດຊາດ. ໂອກາດດຽວກັນ ຄະນະນໍາ ມຊ ກໍໄດ້ກ່າວອວຍພອນ ໃຫ້ທຸກພາກສ່ວນ ມີສຸຂະພະລານາໄມສົມບູນ, ມີຜົນສໍາເລັດໃນໜ້າທີ່ການງານທຸກປະການເຊັ່ນດຽວກັນ.