Select your language

ເພື່ອເປັນການສ້າງໂອກາດໃຫ້ນັກສຶກສາໄດ້ນໍາໃຊ້ທິດສະດີເຂົ້າໃນການປະຕິບັດຕົວຈິງ; ໃນຕອນເຊົ້າວັນທີ 26 ທັນວາ 2022 ຄະນະເສດຖະສາດ ແລະບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ເປີດງານຕະຫຼາດນັດ ນັກສຶກສາຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງ ທ່ານ ຮສ.ປອ. ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ, ທ່ານ ສຈ.ປອ. ພູເພັດ ກ້ຽວພິລາວົງ ຄະນະບໍດີ ຄສບ, ມີບັນດາແຂກຖືກເຊິນ, ພ້ອມດ້ວຍພະນັກງານ, ຄູອາຈານ ແລະນັກສຶກສາເຂົ້າຮ່ວມຢ່າງຫຼວງຫຼາຍ.

          ເພື່ອເປັນການປະຕິບັດຕາມຫຼັກສູດການຮຽນ-ການສອນຂອງ ຄສບ ໃນການສ້າງໃຫ້ນັກສຶກສາມີໂອກາດນໍາໃຊ້ຄວາມຮູ້ ພາກທິດສະດີເຂົ້າສູ່ ພາກປະຕິບັດຕົວຈິງ ໂດຍຜ່ານການຈັດງານຕະຫຼາດນັດນັກສຶກສາຂອງ ຄສບ ເຊິ່ງຕະຫຼາດນັດ ນັກສຶກສາດັ່ງກ່າວ, ໄດ້ນໍາເນີນມາຫຼາຍຄັ້ງແລ້ວ ນັບແຕ່ປີ 2003-2004 ມາເຖິງສົກສຶກສາ 2022-2023 ເປັນຄັ້ງທີ 15 ມີນັກສຶກສາຊັ້ນຮຽນ ປີທີ 2-4 ຂອງແຕ່ລາສາວິຊາໃນ ຄສບ ເຂົ້າຮ່ວມຫຼາຍ 50 ຮ້ານ.

          ທ່ານ ອຈ. ເພັດສະໜອນ ພົມມະວົງ ຮອງຄະນະບໍດີ ຄສບ ໄດ້ໃຫ້ຮູ້ວ່າ ການຈັດງານຕະຫຼາດນັດຄັ້ງນີ້, ມີຈຸດປະສົງເພື່ອເຮັດໃຫ້ການຮຽນພາກທິດສະດີ ຕິດພັນກັບພາກປະຕິບັດຕົວຈິງ, ເພື່ອໃຫ້ນັກສຶກສາມີຄວາມສາມັກຄີຮັກແພງກັນໃນການປະຕິບັດວຽກງານຕົວຈິງ, ເພື່ອໃຫ້ນັກສຶກສາຮູ້ຮັກສາຄວາມສະອາດ, ຮັກສາສິ່ງແວດລ້ອມ ແລະເພື່່ອເປັນພື້ນຖານໃຫ້ນັກສາໃນການນໍາເອົາຄວາມຮູ້ຈາກການຈັດງານໃນແຕ່ລະຄັ້ງນໍາໄປໝູນໃຊ້ເຂົ້າໃນການປະກອບທຸລະກິດຂອງຕົນເອງ ໃນອະນາຄົດໃຫ້ປະສົບຜົາສໍາເລັດ.

          ງານດັ່ງກ່າວແມ່ນໄດ້ຈັດຂຶ້ນ ເປັນເວລາ 5 ວັນ, ແຕ່ວັນທີ 26 ຫາ 30 ທັນວາ 2022 ນີ້ ຢູ່ທີ່ເດີ່ນຈອດລົດຂ້າງຕຶກສໍານັກງານອະທິການບໍດີ ມຊ.

ພາບບັນຍາກາດ