Select your language

          ເພື່ອເປັນການປະຕິບັດຕາມ ແຜນການປະຈໍາສົກສຶກສາ 2022-2023 ຂອງ ມະຫາວິທະຍາໄລແຫ່ງຊາດ(ມຊ), ໃນຕອນເຊົ້າວັນທີ 01 ທັນວາ 2022 ນີ້, ມຊ ໄດ້ຈັດພິທີ ມອບການຍ້ອງຍໍ, ສະຫຼຸບຊຸດຮຽນ 2018-2022 ແລະເປີດສົກຮຽນໃໝ່ ສົກສຶກສາ 2022-2023 ຂຶ້ນ ທີ່ຫ້ອງປະຊຸມ ສະໂມສອນໃຫຍ່ ມຊ; ເປັນກຽດເຂົ້າຮ່ວມໃນພິທີ ມີທ່ານ ສຈ.ປອ. ກິແກ້ວ ໄຂຄໍາພິທູນ ກໍາມະການ ກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ຮສ. ປອ ພຸດ ສິມມາລາວົງ ເລຂາຄະນະພັກ, ລັດຖະມົນຕີ ກະຊວງສຶກສາທິການ  ແລະກີລາ, ທ່ານ ສຈ. ປອ ບໍ່ແສງຄໍາ ວົງດາລາ ປະທານສະພາ ມຊ, ທ່ານ ຮສ. ປອ ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ, ມີບັນດາທ່ານຮອງອະທິການບໍດີ, ຫົວໜ້າກົມ ອ້ອມຂ້າງກະຊວງສຶກສາທິການ ແລະກີລາ, ທ່ານ ເຈົ້າເມືອງ ໄຊທານີ, ຄະນະບໍດີ, ຜູ້ອໍານວຍການສະຖາບັນ, ຫົວໜ້າຫ້ອງການ, ຜູ້ອໍານວຍການສູນ, ຫໍສະໝຸດກາງ, ໂຮງໝໍ, ໂຮງຮຽນ, ຕົວແທນພະນັກງານ, ຄູ-ອາຈານ ແລະຕົວແທນນັກສຶກສາ ຈາກ 13 ຄະນະວິຊາເຂົ້າຮ່ວມ.

          ໃນພິທີ ທ່ານ ຮສ. ປອ ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ ໄດ້ຂຶ້ນຜ່ານບົດສະຫຼຸບຊຸດຮຽນ 2018-2022 ແລະຜ່ານທິດທາງແຜນການ ສົກສຶກສາ 2022-2023 ຕໍ່ທີ່ປະຊຸມ, ເຊິ່ງທ່ານໄດ້ກ່າວວ່າ:  ມຊ ໄດ້ຮັບການສ້າງຕັ້ງຂຶ້ນຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 50/ນຍ, ລົງວັນທີ 9 ມິຖຸນາ 1995  ແລະ ໄດ້ໄຂສົກຮຽນຢ່າງເປັນທາງການໃນວັນທີ 5 ພະຈິກ 1996 ເປັນມະຫາວິທະຍາໄລແຫ່ງທຳອິດຂອງ ສປປ ລາວ. ມຊ ເປັນສະຖາບັັນການສຶກສາຊັ້ນສູງລະດັບຊາດ ເປັນບ່ອນກໍ່ສ້າງຊັບພະຍາກອນມະນຸດໃຫ້ມີຄວາມຮູ້-ຄວາມສາມາດ ພາຍໃຕ້ວິໃສທັດ ແລະ ພາລະບົດບາດ ຄື: ສ້າງ ມຊ ໃຫ້ກາຍເປັນມະຫາວິທະຍາໄລນຳໜ້າຂອງ ສ ປປ.ລາວ, ເປັນໃຈກາງທາງດ້ານການສຶກສາ,  ວັດທະນະທຳ  ແລະການຄົ້ນຄວ້າວິທະຍາສາດ ທີ່ມີຄຸນະພາບສູງ, ເພື່ອພັດທະນາຊັບພະຍາກອນມະນຸດທີ່ມີຄຸນະພາບ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາເສດຖະກິດ - ສັງຄົມ ຂອງຊາດ ແລະ ການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ. ມຊ ປະກອບດ້ວຍ 13 ຄະນະວິຊາ 11 ຫ້ອງການ 2 ສະຖາບັນ ແລະ 6 ສູນ, ມີຫໍສະໝຸດກາງ, ໂຮງໝໍວິທະຍາເຂດ, ໂຮງຮຽນພອນສະຫວັນ ແລະ ຊົນເຜົ່າກຽມມະຫາວິທະຍາໄລ ຂຶ້ນກັບ. ມີພະນັກງານ, ຄູ-ອາຈານ ທັງໝົດ 1,763 ທ່ານ, ຍິງ 824 ທ່ານ, ພະນັກງານບໍລິຫານ 311 ທ່ານ, ຍິງ 191ທ່ານ, ອາຈານສອນ 1.393 ທ່ານ, ຍິງ 625 ທ່ານ; ໃນນັ້ນ ພະນັກງານ, ຄຸ-ອາຈານ ມີວຸດທິການສຶກສາລະດັບ ປະລິນຍາເອກ 204 ທ່ານ,  ຍິງ 44 ທ່ານ, ປະລິນຍາໂທ 956 ທ່ານ,  ຍິງ 408 ທ່ານ, ປະລິນຍາຕີ 499 ທ່ານ,  ຍິງ 309 ທ່ານ ແລະອານຸປະລິນຍາ 45 ທ່ານ, ຍິງ 31 ທ່ານ; ມີພະນັກງານ, ຄູ-ອາຈານ ໄດ້ຮັບວິທະຍານາມມະຍົດ ຂັ້ນສາດສະດາຈານ 05 ທ່ານ, ຍິງ 01 ທ່ານ, ຂັ້ນຮອງສາດສະດາຈານ  87 ທ່ານ, ຍິງ 13 ທ່ານ, ຂັ້ນອາຈານ 310 ທ່ານ, ຍິງ 118 ທ່ານ ແລະ ຜູ້ຊ່ວຍອາຈານ 184 ທ່ານ, ຍິງ 98 ທ່ານ.

           ຂະນະດຽວກັນ ທ່ານຍັງໄດ້ຍົກໃຫ້ເຫັນການເຄື່ອນໄຫວວຽກງານດ້ານອື່ນໆອີກເປັນຕົ້ນ: ວຽກງານການເມືອງແນວຄິດ ແລະການຈັດຕັ້ງ, ວຽກງານວິຊາສະເພາະ, ວຽກງານເຄື່ອນໄຫວກິດຈະກໍາ ຂອງນັກສຶກສາ,  ວຽກງານເຄື່ອນໄຫວກິດຈະກໍາ ຂອງນັກສຶກສາ, ວຽກງານບໍລິຫານ, ບໍລິການ ແລະການເງິນ, ວຽກງານພົວພັນສາກົນ; ວຽກງານວິຊາສະເພາະ; ເຊິ່ງໃນປັດຈຸບັນ ມຊ ໄດ້ດໍາເນີນການຮຽນ ການສອນໃນຫຼາຍລະດັບ ເຊັ່ນ: ຫຼັກສູດອະນຸປະລິນຍາຈົນເຖິງຫຼັກສູດປະລິນຍາເອກ ມີທັງໝົດ 239 ຫຼັກສູດຄື: ຫຼັກສູດປະລິນຍາເອກ  06 ຫຼັກສູດ, ຫຼັກສູດປະລິນຍາໂທ  66  ຫຼັກສູດ, ຫຼັກສູດນາໆຊາດປະລິນຍາໂທ 1 ຫຼັກສູດ, ຫຼັກສູດປະລິນຍາຕີ  118 ຫຼັກສູດ; ລະບົບ 4 ປີ 116 ຫຼັກສູດ, 5 ປີ 1 ຫຼັກສູດ, 6 ປີ 1ຫຼັກສູດ. ມີຫຼັກສູດນາໆ ຊາດປະລິນຍາຕີ  2 ຫຼັກສູດ, ຫຼັກສູດຕໍ່ເນື່ອງປະລິນຍາຕີ 42 ຫຼັກສູດ, ຫຼັກສູດອະນຸປະລິນຍາ 4 ຫຼັກສູດ

          ໃນສົກສຶກສາ 2021–2022 ມີນັກສຶກສາສຳເລັດການສຶກສາຈາກຄະນະວິຊາຕ່າງໆຂອງ ມຊ ຈຳນວນ 5,394 ຄົນ, ຍິງ 2,702 ຄົນ. ໃນນັ້ນ ລະດັບປະລິນຍາໂທ 631 ຄົນ, ຍິງ 255 ຄົນ, ປະລິນຍາຕີ 4,741 ຄົນ, ຍິງ 2,435 ຄົນ ແລະ ອານຸປະລິນຍາ 22 ຄົນ, ຍິງ 12 ຄົນ; ມີນັກສຶກສາ ໄດ້ຮັບປະກາສະນີຍະບັດກຽດນິຍົມ ຫຼືໃບປະກາດແດງ 65 ຄົນ, ຍິງ 37 ຄົນ. ຜົນງານດ້ານການຄົ້ນຄວ້າວິທະຍາສາດທັງໝົດ 86 ຫົວຂໍ້ ໄດ້ຮັບທຶນການຄົ້ນຄວ້າວິທະຍາສາດຈາກ SHEPP ຈໍານວນ 22 ໂຄງການ ໃນມູນຄ່າ 3,718,408,000 ກີບ (ສາມຕື້ເຈັດຮ້ອຍສິບແປດລ້ານສີ່ແສນແປດພັນກີບ), ບົດຄົ້ນຄວ້າວິທະຍາສາດທີ່ໄດ້ຮັບທຶນຈາກສູນຄົ້ນຄວ້າ ອາຊີ ສ.ເກົາຫຼີ 14 ຫົວບົດ, ໃນມູນຄ່າ 40,000 (ສີ່ໝື່ນໂດລາສະຫະລັດ). ໄດ້ສໍາເລັດການຕີພິມວາລະສານວິທະຍາສາດໃນລະດັບຂັ້ນມະວິທະຍາໄລ ຈໍານວນ 350 ຫົວ, ລົງຕີພິມທັງພາຍໃນ ແລະຕ່າງປະເທດ ຈໍານວນ 455 ຫົວບົດ. ນອກຈາກການສຶກສາຄົ້ນຄວ້າ ຕາມໂຄງການຫຼັກສູດແລ້ວ ນັກສຶກສາຈຳນວນຫຼວງຫຼາຍຍັງໄດ້ປະກອບສ່ວນ ເຫື່ອແຮງ ແລະສະຕິປັນຍາ ເຂົ້າໃນວຽກງານການເຄື່ອນໄຫວພາຍໃນ ມຊ, ໄດ້ເຂົ້າຮ່ວມຮັບໃຊ້ກອງປະຊຸມລະດັບຊາດ ແລະກອງປະຊຸມສາກົນ ແລະເປັນນັກກີລາ ທີ່ເປັນຕົວແທນໃຫ້ແກ່ ມຊ ເຂົ້າຮ່ວມງານມະຫາກໍາກີລາຊີເກມ, ງານມະຫາກໍາກີລາມະຫາວິທະຍາໄລອາຊຽນ ຄັ້ງທີ່ 16 ຢູ່ທີ່ ປະເທດໄທ ໂດຍຍາດໄດ້ຫຼຽນທັງໝົດ 33 ຫຼຽນ, ຫຼຽນຄໍາ 5 ຫຼຽນ, ຫຼຽນເງິນ 8 ຫຼຽນ ແລະ ຫຼຽນທອງແດງ 20 ຫຼຽນ;  ພ້ອມກັນນັ້ນ ນັກສຶກສາຈຳນວນໜຶ່ງຍັງໄດ້ເຂົ້າຮ່ວມງານແລກປ່ຽນສິລະປະ-ວັດທະນະທໍາທັງພາຍໃນ ແລະຕ່າງປະເທດ ໃນເຄືອຂ່າຍອາຊຽນຫຼາຍຄັ້ງ.

          ໃນປີ 2019 - 2021 ທີ່ຜ່ານມາໄດ້ເກີດມີການແພ່ລະບາດຂອງພະຍາດ ໂຄວິດ-19 ແລະ ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ເງິນກີບອ່ອນຄ່າ ຊຶ່ງໄດ້ມີຜົນກະທົບໂດຍກົງຕໍ່ຜົນການຮຽນ-ການສອນ ແຕ່ເຖິງຢ່າງໃດກໍຕາມ ພະນັກງານ, ຄູ-ອາຈານ ແລະນັກສຶກສາທັງໝົດ ກໍໄດ້ພ້ອມກັນບຸກບືນຜ່ານຜ່າທຸກຄວາມທ້າທາຍ ແລະໄດ້ພ້ອມກັນປະຕິບັດໜ້າທີ່ວຽກງານຕາມພາລະບົດບາດຂອງຕົນເຮັດລ້ອນໜ້າທີ່   ແລະ ສໍາເລັດຕາມລະດັບຄາດໝາຍ.  ຈາກຜົນສຳເລັດໄລຍະ 5 ປີ ທີ່ຍາດມາໄດ້ນັ້ນ, ມີພະນັກງານ, ຄູ-ອາຈານ ໃນ ມຊ ໄດ້ຮັບຫຼຽນໄຊແຮງງານ ຈາກ ປະທານປະເທດແຫ່ງ ສ ປປ ລາວ, ຫຼຽນກາແຮງງານ ແລະໃບຍ້ອງຍໍລັດຖະບານໃຫ້ແກ່ບຸກຄົນ ແລະ ກົມກອງລວມໝູ່ເຊັ່ນ: ຫຼຽນໄຊແຮງງານຊັ້ນ Iຈໍານວນ 146 ທ່ານ ແລະ 13 ກົມກອງ, ຫຼຽນໄຊແຮງງານຊັ້ນ IIຈໍານວນ 155 ທ່ານ ແລະ 8 ກົມກອງ, ຫຼຽນໄຊແຮງງານຊັ້ນ IIIຈໍານວນ 158 ທ່ານ ແລະ 3 ກົມກອງ; ຫຼຽນກາແຮງງານຈໍານວນ 129 ທ່ານ ແລະ 4 ກົມກອງ, ໃບຍ້ອງຍໍລັດຖະບານ ຈໍານວນ 560 ທ່ານ   ແລະ 11 ກົມກອງ;   ໂດຍການໃຫ້ກຽດມອບຂອງ ທ່ານ ຮສ. ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ.

          ໃນພິທີອັນມີຄວາມໝາຍສໍາຄັນນີ້, ທ່ານ ສຈ. ປອ ກິແກ້ວ ໄຂຄໍາພິທູນ ໄດ້ໃຫ້ກຽດໂອ້ລົມຕໍ່ທີ່ປະຊຸມເຊິ່ງກ່ອນອື່ນທ່ານໄດ້ກ່າວຍ້ອງຍໍ-ຊົມເຊີຍຕໍ່ຜົນງານດ້ານຕ່າງໆ ທີ່ ຄະນະນໍາ, ພະນັກງານ, ຄູ-ອາຈານ ມຊ ຍາດມາໄດ້ໃນ 5 ປີຜ່ານມາ ກໍຄື ຜົນງານໃນ ສົກສຶກສາ 2021-2022;  ຂະນະດຽວກັນທ່ານກໍໄດ້ຍົກໃຫ້ເຫັນສະພາບຄວາມຫຍຸ້ງຍາກທາງດ້ານການດໍາຊີວິດ, ການເຄື່ອນໄຫວວຽກງານຂອງພະນັກງານ-ລັດຖະກອນ, ພໍ່ແມ່ປະຊາຊົນ ແລະບັນຫາເສດຖະກິດໂດຍລວມຂອງລາວ, ໂດຍສະເພາະແມ່ນບັນຫາ ໄພເງິນເຟີ້, ຄ່າຄອງຊີບແພງ ອັນເນື່ອງມາຈາກຫຼາຍສະພາບການທີ່ເກີດຂຶ້ນ ໃນໂລກ ເປັນຕົ້ນແມ່ນ ພະຍາດໂຄວິດ-19, ມຊ ເປັນສະຖາບັນການສຶກສາທີ່ສໍາຄັນ ໃນການກໍ່ສ້າງບຸກຄະລາກອນໃນດ້ານຕ່າງໆ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ, ນະນະບໍລິຫານ, ພະນັກງານການນໍາທຸກຂັ້ນ ຂອງ ມຊ ຕ້ອງໄດ້ເພີ່ມທະວີໃນການປະຕິບັດໜ້າທີ່ອັນສໍາຄັນຂອງຕົນ, ເບິ່ງບັນຫາ ແລະແກ້ໄຂບັນຫາທີ່ຍັງບັນລຸບໍ່ທັນໄດ້ ກົງໄປ-ກົງມາ ໃຫ້ວ່ອງໄວ ແລະສອດຄ່ອງກັບສະພາບຄວາມເປັນຈິງ, ພ້ອມດຽວກັນກໍຕ້ອງໄດ້ເອົາໃຈໃສ່ຢ່າງເລິກເຊິ່ງໃນການຕິດຕາມ ແລະເບິ່ງບັນຫາຕ່າງໆທີ່ເກີດຂຶ້ນໃນສັງຄົມເຮົາ ກໍຄື ໃນໂລກ ເພື່ອຈະໄດ້ແກ້ໄຂຖືກຕ້ອງ ແລະທັນເວລາ ແລະອື່ນໆ.

ພາບບັນຍາກາດ