Select your language

ໃນຕອນບ່າຍວັນທີ 30 ພະຈິກ 2022 ນີ້, ສະຫະພັນກໍາມະບານ ມະຫາວິທະຍາໄລແຫ່ງຊາດ(ມຊ). ໄດ້ຈັດກອງປະຊຸມເຜີຍແຜ່ຮູບແບບການກວດກາຂອງສະຫະພັນກໍາມະບານ ມຊ ຂຶ້ນທີ່ຫ້ອງປະຊຸມຕຶກສໍານັກງານອະທິການບໍດີ ມຊ. ໂດຍການເປັນປະທານຂອງທ່ານ ຄໍາເຟືອງ ລໍວັນໄຊ ຄະນະປະຈໍາພັກ ມຊ, ຫົວໜ້າຫ້ອງການຈັດຕັ້ງ ແລະຄຸ້ມຄອງພະນັກງານ ມຊ. ຜູ້ຊີ້ນໍາວຽກອົງການຈັດຕັ້ງກໍາມະບານ, ມີທ່ານ ທອງພິມ ວົງລະພາ ຫົວໜ້າກົມກວດກາ, ຮອງປະທານກວດກາ ຄະນະບໍລິຫານງານສູນກາງກໍາມະບານລາວ, ທ່ານ ອຸ່ນຄໍາ ອວນສະຫວັນ ປະທານສະຫະພັນກໍາມະບານກະຊວງສຶກສາທິການ ແລະກີລາ, ຮອງຫົວໜ້າກົມຈັດຕັ້ງ ແລະພະນັກງານ ກະຊວງສຶກສາທິການ ແລະກີລາ, ທ່ານ ບຸນທອນ ສຸຂະວົງ ປະທານກໍາມະບານ ມຊ ພ້ອມດ້ວຍຄະນະບໍລິຫານງານກໍາມະບານ ມຊ ເຂົ້າຮ່ວມ.

          ຈຸດປະສົງໃນການຈັດກອງປະຊຸມຄັ້ງນີ້, ແມ່ນເພື່ອເຜີຍແຜ່ຮູບແບບການກວດກາຂອງສະຫະພັນກໍາມະບານລາວ ແລະຮູບແບບການກວດກາ ຂອງສະຫະພັນກໍາມະບານ ກະຊວງສຶກສາທິການ ແລະກີລາ, ເພື່ອຜ່ານແຜນການກວດກາ ແລະຕາຕະລາງແຜນການກວດກາປະຈໍາປີ 2023 ຂອງສະຫະພັນກໍາມະບານ ມຊ.

          ໃນທີ່ປະຊຸມ ທ່ານ ທອງພິມ ວົງລະພາ ໄດ້ເຜີຍແຜ່ຮູບແບບການການກວດກາ ຂອງສະຫະພັນກໍາມະບານລາວ ເຊິ່ງ ມີຫຼາຍຫົວຂໍ້ຄື: ຄວາມຈໍາເປັນຂອງວຽກງານກວດກາ, ທັດສະນະຂອງພັກຕໍ່ວຽກງານກວດກາ ແລະກວດກາກໍາມະບານ, ຄວາມຈໍາເປັນຂອງວຽກງານກວດກາກໍາມະບານ, ຈຸດປະສົງຂອງການກວດກາ, ຄະນະກວດກາວຽກງານກໍາມະບານ, ສິດ ແລະໜ້າທີ່ຂອງຄະນະກວດກາວຽກງານກໍາມະບານ, ຫຼັກການ, ເນື້ອໃນ, ຮູບການ, ບາດກ້າວການດໍາເນີນການກວດກາ ແລະບັນຫາທີ່ຄວນກໍາແໜ້ນ. ຈາກນັ້ນ ທ່ານ ອຸ່ນຄໍາ ອວນສະຫວັນ ກໍໄດ້ເຜີຍແຜ່ຮູບແບບການກວດກາຂອງສະຫະພັນກໍາມະບານ ກະຊວງສຶກສາທິການ ແລະກີລາ ໃຫ້ບັນດາທ່ານຜູ້ເຂົ້າຮ່ວມປະຊຸມໄດ້ຮັບຊາບ ແລະນໍາໄປປະຕິບັດ.

ພາບບັນຍາກາດ