Select your language

           ໃນລະຫວ່າງວັນທີ 26-29 ພະຈິກ 2022 ນີ້, ມະຫາວິທະຍາໄລແຫ່ງຊາດ(ມຊ) ຮ່ວມກັບ ສະຖາບັນບໍລິຫານວິທະຍາສາດນາໆຊາດ (International Institute of Management Sciences), ປະເທດອີນເດຍ. ໄດ້ຈັດກອງປະຊຸມ ກ່ຽວກັບ: The 10th International Institute of Management Sciences International Conference ພາຍໃຕ້ຫົວຂໍ້ Global Crisis in Post Pandemic (Present Perspective): Country Experiences, ກອງປະຊຸມໄດ້ຈັດຂຶ້ນ ທີ່ຫ້ອງປະຊຸມສະໂມສອນ ສະຖາບັນຂົງຈື ມຊ, ນະຄອນຫຼວງວຽງຈັນ, ໂດຍແມ່ນ ມຊ ເປັນເຈົ້າພາບຮ່ວມ. ກອງປະຊຸມຈັດຂຶ້ນໃນແບບເຊິ່ງໜ້າ (Onsite Meeting) ແລະ ເປັນກອງປະຊຸມຄັ້ງທໍາອິດທີ່ຈັດຂຶ້ນຢູ່ ສປປ ລາວ. ໃນກອງປະຊຸມ ຝ່າຍລາວ ມີທ່ານ ສີຣິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທີການ ແລະກີລາ, ທ່ານ ຮສ. ປອ ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ ແລະນະນະ; ຝ່າຍອິນເດຍ ມີ Mr Dinkar Asthana ເອກອັກຄະລັດຖະທູດ ອິນເດຍ ປະຈໍາ ສປປ ລາວ, ທ່ານ ປອ. ສານດີບ ກ້າ (Dr. Sandip Kar) ຜູ້ອໍານວຍການສະຖາບັນບໍລິຫານວິທະຍາສາດນາໆຊາດ (International Institute of Management Sciences), ປະເທດອີນເດຍ, ມີຮອງອະທິການບໍດີ ມຊ, ມີຄະນະນັກຄົ້ນຄວ້າ ຈາກສະຖາບັນບໍລິຫານວິທະຍາສາດນາໆຊາດ ອິນເດຍ, ມີນັກຄົ້ນຄວ້າຈາກປະເທດອາຊຽນ ແລະ ຂົງເຂດອາຊີ ເຂົ້າຮ່ວມ. 

           ກອງປະຊຸມດັ່ງກ່າວ ແມ່ນເປັນຜົນຈາກການປຶກສາຫາລືລະຫວ່າງຄະນະນໍາ ມຊ ແລະ ທ່ານ ປອ. ສານດີບ ກ້າ (Dr. Sandip Kar) ຜູ້ອໍານວຍການສະຖາບັນບໍລິຫານວິທະຍາສາດນາໆຊາດ (International Institute of Management Sciences) ປະເທດອີນເດຍ. ເຊິ່ງສະຖາບັນດັ່ງກ່າວ ແມ່ນມີຄວາມຊໍານິຊໍານານທາງດ້ານການບໍລິຫານການຈັດການ ແລະ ມີການຮ່ວມມືກັບສະຖາບັນຄົ້ນຄວ້າວິທະຍາສາດ ແລະ ມະຫາ ວິທະຍາໄລໃນຫຼາຍປະເທດ ເຊັ່ນ: ສສ ຫວຽດນາມ, ມາເລເຊຍ, ຟີລິປິນ ແລະ ນີວຊີແລນ.

            ກອງປະຊຸມວິຊາການຄັ້ງນີ້ ແມ່ນເພື່ອ 1). ເປັນການສ້າງໂອກາດໃຫ້ນັກຄົ້ນຄວ້າພາຍໃນ ມຊ ໄດ້ນໍາສະເໜີບົດຄົ້ນຄວ້າຂອງຕົນຈໍານວນ 03 ບົດ ໂດຍບໍ່ເສຍຄ່າເຂົ້າຮ່ວມ; 2). ເປັນການສ້າງໂອກາດໃຫ້ບັນດາອາຈານ ແລະ ນັກຄົ້ນຄວ້າພາຍໃນ ມຊ ໄດ້ສ້າງສາຍພົວພັນແລກປ່ຽນດ້ານວິຊາການກັບນັກຄົ້ນຄວ້າ ແລະ ນັກວິທະຍາສາດທີ່ມາຈາກສະຖາບັນ ແລະ ປະເທດຕ່າງໆ ເພື່ອດຶງດູດການຊ່ວຍເຫຼືອດ້ານວິຊາການ ແລະ ທຶນຮອນປະກອບສ່ວນສ້າງຄວາມເຂັ້ມແຂງດ້ານການຄົ້ນຄວ້າວິທະຍາສາດຂອງ ມຊ; ແລະ 3). ເປັນການຂະຫຍາຍການຮ່ວມມືດ້ານວິຊາການ ແລະ ການຄົ້ນຄວ້າລະຫວ່າງ ສປປ ລາວ-ອິນເດຍ ພາຍໃຕ້ຂອບການຮ່ວມມື ອາຊຽນ-ອິນເດຍ, ເຊິ່ງໃນການດໍາເນີນກອງປະຊຸມ ບັນດານັກຄົ້ນຄວ້າ, ນັກວິຊາການຝ່າຍຕ່າງໆ ໄດ້ຂຶ້ນນໍາສະເໜີ ບົດຄົ້ນຄວ້າທີ່ດີເດັ່ນຂອງຕົນ ເພື່ອເປັນການເຜີຍແຜ່ຜົນການຄົ້ນຄວ້າ ແລະເປັນການແລກປ່ຽນຄວາມຮູ້ດ້ານວິຊາການເຊິ່ງກັນ ແລະກັນ ແລະເພື່ອເຮັດໃຫ້ມີການຮ່ວມມືດ້ານການຄົ້ນຄວ້າວິທະຍາສາດ ໄດ້ປະຕິບັດຕົວຈິງ ໃນອະນາຄົດອັນໃກ້ນີ້, ທັງສອງຝ່າຍ ໄດ້ມີການລົງນາມການຮ່ວມມືດ້ານວິຊາການ ໃນວັນທີທີ 27 ພະຈິກ 2022 ເຊິ່ງເປັນວັນທີ 2 ຂອງກອງປະຊຸມຮ່ວມ; ໂດຍແນໃສ່ການຮ່ວມມືມື ວ່າດ້ວຍການສົ່ງເສີມແນວຄວາມຄິດດ້ານຄວາມເຂົ້າໃຈ, ວິຊາການ, ນະວັດຕະກໍາ ແລະວິທະຍາສາດ ແລະການແລກປ່ຽນພະນັກງານ, ຄູ-ອາຈານ. ໂດຍຝ່າຍ ມຊ ເຊັນໂດຍທ່ານ ຮສ. ປອ ອຸດົມ ພອນຄໍາເພັງ ອະທິການບໍດີ ແລະຝ່າຍ ສະຖາບັນບໍລິຫານວິທະຍາສາດນາໆຊາດ ປະເທດອີນເດຍ ເຊັນໂດຍ ທ່ານ ສານດີບ ກ້າ (Dr. Sandip Kar) ຜູ້ອໍານວຍການ ສະຖາບັນດັ່ງກ່າວ.

ພາບບັນຍາກາດ