Select your language

ໃນຕອນເຊົ້າວັນທີ 25 ພະຈິກ 2022 ນີ້, ຄະນະວິທະຍາສາດປ່າໄມ້(ຄປມ) ມະຫາວິທະຍາໄລແຫ່ງຊາດ(ມຊ) ຈັດກອງປະຊຸມປິດໂຄງການຍົກສູງຄວາມທັນສະໄໝຂະແໜງອຸດສາຫະກໍາໄມ້ໃນລາວ ແລະອົດສະຕາລີ ຂຶ້ນທີ່ຫ້ອງປະຊຸມຄະນະດັ່ງກ່າວ ໂດຍການເປັນປະທານຂອງທ່ານ ສຈ. ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມຊ, ມີທ່ານ ປອ. ຮີເລຣີ ສະມິດ (Dr. Hilary SMITH) ຫົວໜ້າໂຄງການການຍົກສູງຄວາມທັນສະໄໝຂະແໜງອຸດສາຫະກໍາໄມ້ໃນລາວ ແລະອົດສະຕາລີ, ມີທ່ານ ສຈ.ປອ. ລັດສະໜີ ບຸບຜາ ຄະນະບໍດີ ຄປມ, ມີບັນດາຊ່ຽວຊານ, ບັນດາທ່ານແຂກທີ່ຖືກເຊີນ, ບັນດາພະນັກງານວິນັກວິຊາການທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

                ໂຄງການຍົກສູງຄວາມທັນສະໄໝຂະແໜງອຸດສາຫະກໍາໄມ້ໃນລາວ ແລະອົດສະຕາລີ ໄດ້ດໍາເນີນມາແຕ່ປີ 2007 ແລະໄດ້ແບ່ງການຈັດຕັ້ງປະຕິບັດອອກເປັນ 3 ໄລຍະຄື ໄລຍະທີ 1 ເລີ່ມແຕ່ 2007 – 2012, ໄລຍະທີ 2 ແຕ່ປີ 2012- 2016 ແລະໄລຍະທີ 3 ແຕ່ປີ 2016 - 2022 ເຊິ່ງການຈັດຕັ້ງປະຕິບັດແມ່ນສອດຄອງກັບນະໂຍບາຍໃໝ່ຂອງລັດຖະບານອົດສະຕາລີໃນການຊ່ວຍເຫຼືອສະໜັບສະໜູນການພັດທະນາຂະແໜງເອກະຊົນຂະໜາດນ້ອຍ ແລະຂະໜາດໃຫຍ່ໂດຍການນໍາໃຊ້ນະວັດຕະກໍາໃໝ່ໃຫ້ຄູ່ຮ່ວມມື້ພາກເອກະຊົນ ແລະສະໜັບສະໜູນຜູ້ຜະລິດໃນທ້ອງຖິ່ນໃຫ້ເຂົ້າເຖິງຕະຫຼາດໂລກໂດຍນໍາໃຊ້ເຕັກໂນໂລຊີໃໝ່ທີ່ມີຄວາມສາມາດຫຼາຍກວ່າ ແລະອື່ນໆ.

ໂດຍເປົ້າໝາຍຂອງໂຄງການເພື່ອສົ່ງເສີມການພັດທະນານະວັດຕະກໍາເຂົ້າໃນຂະແໜງການອຸດສາຫະກຳປຸງແຕ່ງໄມ້ໃຫ້ສາມາດເຂົ້າເຖິງຕະຫຼາດໂດຍການນໍາໃຊ້ຊັບພະຍາກອນໄມ້ປູກໃນ ສປປ ລາວ ການກໍານົດອົງປະກອບທີ່ສໍາຄັນຂອງນະໂຍບາຍການປົກຄອງ ແລະສະພາບແວດລ້ອມທາງດ້ານບໍລິຫານທີ່ສົ່ງຜົນກະທົບຕໍ່ການພັດທະນາປ່າໄມ້ປູກ ແລະລະບົບຕ່ອງໂສ້ມູນຄ່າເພີ່ມ ແລະຂໍ້ຈໍາກັດອື່ນໆ ນອກຈາກນີ້ທາງໂຄງການຍັງມີກິດຈະກໍາໃນການປັບປຸງຄວາມອາດສາມາດໃນການວິເຄາະລະບົບຕ່ອງໂສ້ມູນຄ່າ ແລະການພັດທະນາຜະລິດຕະພັນໄມ້ປູກສ້າງ ແລະເປັນພື້ນຖານຂໍ້ມູນໃນການຊຸກຍູ້ສົ່ງເສີມການພັດທະນາຂະແໜງອຸດສາຫະກຳປຸງແຕ່ງໄມ້ສໍາລັບຂະແໜ່ງໄມ້ປູກເປັນໜຶ່ງໃນຂະແໜ່ງການທີ່ສາມາດເຮັດໃຫ້ເສດຖະກິດມີການຂະຫຍາຍຕົວໃນຊົນນະບົດ. ໃນຍຸດທະສາດການພັດທະນາແຜນກະສິກໍາຕາມແຜນນະໂຍບາຍຂອງລັດຖະບານລາວໃນປີ 2014-2025 ແລະວີໄສທັດຮອດປີ 2030 ທີ່ໄດ້ລະບຸວ່າຜະລິດຕະພັນໄມ້ເປັນໜຶ່ງໃນບຸລິມະສິດ 9 ຢ່າງ ເພື່ອປະກອບສ່ວນໃນການພັດທະນາອຸດສາຫະກຳ ແລະເສດຖະກິດທີ່ທັນສະໄໝຂອງລາວ ປັດຈຸບັນເນື້ອທີ່ປູກໄມ້ໃນຫຼາຍຂົງເຂດທີ່ປູກເປັນສິດຄ້າມີ 446,000 ເຮັກຕ້າ ໃນນີ້ມີໄມ້ສັກ, ໄມ້ວິກ ແລະໄມ້ຊະນິດອື່ນໆ ທີ່ສະໜອງໃຫ້ແກ່ການຕະຫຼາດ ແລະຕ່າງປະເທດ ເຊິ່ງກິດຈະກໍາຕ່າງໆຂອງໂຄງການແມ່ນແນໃສເພື່ອຍົກສູງຄວາມອາດສາມາດແກ່ພະນັກງານ, ຄູ-ອາຈານ ແລະນັກສຶກສາໃນການສຶກສາຄົ້ນຄວ້າພາຍໃນ ຄປມ ມະຫາວິທະຍາໄລແຫ່ງຊາດຂຶ້ນອີກບາດກ້າວໜຶ່ງເພື່ອເປັນພື້ນຖານອັນສຳຄັນແກ່ການຄົ້ນຄວ້າກ່ຽວກັບຜະລິດຕະພັນໄມ້ ແລະອື່ນໆໃຫ້ເກີດປະໂຫຍດສູງສຸດ.

ພາບບັນຍາກາດ