| ເວັບໄຊ | http://fol.edu.la |
|
| ສະຖານທີ່ຕັ້ງ | ວິທະຍາເຂດ ດົງໂດກ | |
| ຄະນະບໍດີ | ທ່ານ ຮສ ດຣ ບົວສະຫວັນ ແກ້ວວິໄລ | |
| ຕິດຕໍ່ | +856-21 740276, 740277 |

ຄະນະອັກສອນສາດ (ຂຽນຫຍໍ້ວ່າ "ຄອສ") ເປັນຄະນະວິຊາໜຶ່ງທີ່ສັງກັດໃນ ໂຄງປະກອບການຈັດຕັ້ງຂອງມະຫາ ວິທະຍາໄລແຫ່ງຊາດ, ພາລະບົດບາດເປັນເສນາທິການໃຫ້ກ່ອະທິການບໍດີໃນການ ຈັດຕັ້ງການຮຽນ-ການສອນ ສາຂາວິຊາວັນນະຄະດີ-ພາສາສາດເພື່ອສ້າງນັກວິຊາການ, ນັກຄົ້ນຄວ້າວິທະຍາສາດ, ການອະນຸລັກ ແລະ ສົ່ງເສີມ ສິລະປະວັດທະນະທຳອັນດີງາມຂອງຊາດກໍຄືຂອງປະຊາຊົນບັນດາເຜົ່າ ແລະ ໃຫ້ການບໍລິການທາງດ້ານວິຊາການ ແກ່ສັງຄົມ.
ພາກວິຊາຮຽນມີທັງໝົດ 8 ພາກຄື:
1). ພາກວິຊາ ພາສາອັງກິດ
2). ພາກວິຊາພາສາລາວ-ສື່ສານມວນຊົນ
3). ພາກວິຊາພາສາຝຣັ່ງ
4). ພາກວິຊາ ພາສາຈີນ
5). ພາກວິຊາພາສາຍີ່ປຸ່ນ
6). ພາກວິຊາພາສາຫວຽດນາມ
7). ພາກວິຊາ ພາສາເຢຍລະມັນ
8). ພາກວິຊາ ພາສາເກົາຫລີ
