ຊື່ຂອງຫຼັກສູດ
ພາສາລາວ: ຫຼັກສູດປະລິນຍາຕີການບັນຊີ, ສາຂາ ພາສີ ແລະອາກອນ
ພາສາອັງກິດ: Bachelor of Accountancy in Custom and Taxation
ຊື່ປະກາສະນີຍະບັດ
ພາສາລາວ: ປະລິນຍາຕີການບັນຊີ ສາຂາ ພາສີ-ອາກອນ
ພາສາອັງກິດ: Bachelor of Accountancy in Custom and Taxation
ພາກວິຊາທີ່ຮັບຜິດຊອບ
ພາກວິຊາການບັນຊີ, ຄະນະເສດຖະສາດແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ, ເບີໂທ ຫ້ອງການ: 021 770067. ຜູ້ຮັບຜິດຊອບ: ຮສ. ທອງເພັດ ຈັນທະນີວົງ: 020-22228858; ດຣ. ໄຊພອນ ກອງມະນີລາ: 020-22223736; ອຈ. ໂພຄໍາ ພົມມະວົງ: 020-22228872.
ປັດຊະຍາ ແລະ ຈຸດປະສົງ
ປັດຊະຍາ
ການປ່ຽນແປງນະໂຍບາຍທາງດ້ານເສດຖະກິດຂອງລັດຖະບານແຫ່ງ ສປປ ລາວ ຈາກເສດຖະກິດແບບ ລວມສູນໄປສູ່ເສດຖະກິດຕະຫລາດທີ່ມີການດັດສົມຂອງລັດແຕ່ປີ 1986 ເປັນຕົ້ນມາ, ເຮັດໃຫ້ເສດຖະກິດຂອງ ສປປ ລາວ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊີ່ງເປັນຜົນມາຈາກການພັດທະນາທາງດ້ານທຸລະກິດ, ການລົງທຶນທັງພາຍໃນ ແລະຕ່າງປະເທດ, ເຮັດໃຫ້ມີການສົ່ງອອກ-ນໍາເຂົ້າຫຼາຍຂື້ນ ຈື່ງເຮັດໃຫ້ລັດຖະບານມີລາຍໄດ້ຈາກການເກັບພາສີຫຼາຍຂື້ນ ໃນຂະນະດຽວກັນການເຕີບໃຫຍ່ຂະຫຍາຍຕົວຂອງບັນດາຫົວໜ່ວຍທຸລະກິດຕ່າງໆ ເຮັດໃຫ້ລັດຖະບານສາມາດເກັບອາກອນໄດ້ຫຼາຍຂື້ນ, ດັ່ງນັ້ນ ເພື່ອເຮັດໃຫ້ລັດຖະບານສາມາດຂຸດຄົ້ນແຫຼ່ງລາຍຮັບຈາກພາສີ-ອາກອນໄດ້ຢ່າງມີປະສິດທິພາບ ນັກວິຊາການທາງດ້ານພາສີ-ອາກອນ ຖືໄດ້ວ່າເປັນບຸກຄົນສໍາຄັນທີ່ຈະເຮັດໃຫ້ແຜນການຈັດເກັບພາສີ-ອາກອນຂອງລັດ ຖະບານປະສົບຜົນສໍາເລັດໄດ້ ສະນັ້ນ ຈື່ງມີຄວາມຈໍາເປັນຕ້ອງໄດ້ສ້າງນັກວິຊາການພາສີ-ອາກອນທີ່ມີຄວາມຮູ້ ຄວາມສາມາດ ໂດຍສະເພາະຄວາມຮູ້ຄວາມສາມາດທາງດ້ານພາສີ-ອາກອນ ເນື່ອງວຽກງານພາສີ-ອາກອນຖືເປັນວຽກງານທີ່ສໍາຄັນສໍາລັບທຸກໆ ປະເທດ ເພາະວ່າຈາກລາຍຮັບຈາກພາສີ-ອາກອນແມ່ນແຫຼ່ງລາຍຮັບຕົ້ນຕໍຂອງປະເທດ. ດັ່ງນັ້ນ, ຫຼັກສູດການບັນຊີ ສາຂາພາສີ-ອາກອນ ຈະເປັນບ່ອນສ້າງບຸກຄະລາກອນທີ່ສໍາຄັນໃຫ້ແກ່ອົງກອນຈັດຕັ້ງຕ່າງໆ ທີ່ກ່ຽວຂ້ອງ ໂດຍຈະມຸ່ງເນັ້ນຜະລິດບຸກຄະລາກອນໃຫ້ມີຄວາມຮູ້ຄວາມສາມາດທາງດ້ານພາສີ-ອາກອນໃນລະດັບທີ່ແນ່ນອນ ແລະໄດ້ມາດຕະຖານ, ມີຄວາມຊື່ສັດສຸດຈະລິດ ແລະມີຈັນຍາບັນ ໃນວິຊາຊີບ ສະນັ້ນ ຫຼັກສູດປະລິນຍາຕີການບັນຊີ ສາຂາພາສີ-ອາກອນ ມີປັດຊະຍາແນ່ໃສ່ການສ້າງນັກວິຊາການພາສີ-ອາກອນທີ່ມີຄຸນນະພາບ, ມີວິຊາສະເພາະທາງດ້ານພາສີ-ອາກອນໃນລະດັບທີ່ແນ່ນອນ, ມີຄຸນສົມບັດສິນທໍາປະຕິວັດ, ມີຈັນຍາບັນ ແລະພັດທະນາວິຊາການພາສີ-ອາກອນ.
ວັດຖຸປະສົງຂອງຫຼັກສູດ
ດ້ານຄຸນສົມບັດ
- ເພື່ອສ້າງບຸກຄະລາກອນທີ່ມີແນວຄິດ, ຄຸນສົມບັດ, ສິນທໍາປະຕິວັດ, ມີທັດສະນະການເມືອງ ແລະຮັກຊາດ ແລະເຊື່ອມຊື່ມຕໍ່ທິດທາງ ແລະການນໍາພາຂອງພັກ;
- ເພື່ອສ້າງນັກວິຊາການພາ-ອາກອນທີ່ມີຄຸນນະພາບ, ຍືດໝັ້ນກົດຈັນຍາບັນແຫ່ງວິຊາຊີບ, ມີ ລະບຽບ ແລະຫຼັກການປະກອບອາຊີບເພື່ອພັດທະນາຕົນເອງ, ສັງຄົມ ແລະປະເທດຊາດ;
ດ້ານຄວາມຮູ້ຄວາມສາມາດ
- ເພື່ອສ້າງນັກວິຊາການໃນລະດັບປະລິນຍາຕີໃຫ້ມີຄວາມຮູ້, ຄວາມສາມາດທາງດ້ານພາສີ- ອາກອນ ແລະສາມາດນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນການປະກອບອາຊີບໃນອະນາຄົດ;
- ເພື່ອເຮັດໃຫ້ນັກສຶກສາທີ່ຈົບການສຶກສາແລ້ວ ສາມາດນໍາເອົາວິຊາຄວາມຮູ້ໄປພັດທະນາວິຊາ ຊີບພາສີ-ອາກອນ ແລະຖ່າຍທອດຄວາມຮູ້ ຄວາມສາມາດມໃຫ້ແກ່ຜູ້ທີ່ກ່ຽວຂ້ອງໃຫ້ມີຄວາມເຂົ້າໃຈກ່ຽວກັບພາສີ-ອາກອນໄດ້ຫຼາຍຂື້ນ;
ດ້ານການພັດທະນາ
- ເພື່ອສ້າງນັກວິຊາການທາງດ້ານພາສີ-ອາກອນທີ່ມີຄວາມຊ່ຽວຊານດ້ານວິຊາສະເພາະເພື່ອ ພັດທະນາຕົນເອງ ແລະປະເທດຊາດ ເວົ້າລວມ ເວົ້າສະເພາະແມ່ນການພັດທະນາໃນຂົງເຂດວຽກງານ ພາສີ ແລະອາກອນ;
- ເພື່ອສ້າງພື້ນຖານໃຫ້ແກ່ນັກສຶກສາໃນການສຶກສາຕໍ່ໃນລະດັບທີ່ສູງຂື້ນທັງພາຍໃນ ແລະຕ່າງ ປະເທດ.
ເງື່ອນໄຂຂອງຜູ້ເຂົ້າສຶກສາ
ຜູ້ທີ່ຈະເຂົ້າສຶກສາໃນຫຼັກສູດປະລິນຍາຕີການບັນຊີ ສາຂາການບັນຊີ ຈະຕ້ອງແມ່ນຜູ້ສໍາເລັດການຮຽນ ໃນລະດັບມັດທະຍົມຕອນປາຍ ຫຼືທຽບເທົ່າ ຕາມຫຼັກສູດທີ່ທາງມະຫາວິທະຍາໄລແຫ່ງຊາດວາງອອກ.
ວິທີການຄັດເລືອກ
ການຄັດເລືອກນັກສຶກສາແມ່ນຕ້ອງຜ່ານການສອບເສັງ ແລະຮັບຕາມແຜນນະໂຍບາຍ ໂດຍອີງຕາມຂໍ້ກໍານົດຂອງມະຫາວິທະຍາໄລແຫ່ງຊາດວ່າດ້ວຍການຮຽນ ແລະການປະເມີນສໍາລັບຫຼັກສູດປະລິນຍາຕີ.
ການຈັດຕັ້ງການຮຽນ-ການສອນ
ຫຼັກສູດປະລິນຍາຕີການບັນຊີ ແມ່ນຫຼັກສູດທີ່ຈັດຕັ້ງການຮຽນການ-ການສອນແບບເຕັມເວລາ ດັ່ງລາຍລະອຽດລຸ່ມນີ້:
- ໜື່ງສົກຮຽນ ແບ່ງອອກເປັນສອງພາກຮຽນ (ມີພັກແລ້ງ ເຊີ່ງຈະກໍານົດໄວ້ໃນທ້າຍພາກຮຽນທີສອງ);
- ໜື່ງພາກຮຽນ ມີ 20 ອາທິດ, ໃນນີ້ຮຽນຕົວຈິງ 16 ອາທິດ, ທວນຄືນ ແລະສອບເສັງພາກຮຽນ 2 ອາທິດ, ແຮວັນພັກ 1 ອາທິດ ແລະພັກພາກຮຽນ 1 ອາທິດ;
- ໜື່ງອາທິດ ຮຽນ 5 ວັນ (ວັນຈັນ-ວັນສຸກ) ຫຼືຕໍ່າສຸດ 25 ຊົ່ວໂມງ ແລະສູງສຸດ 35 ຊົ່ວໂມງ;
- ໜື່ງວັນ ຮຽນຕໍ່າສຸດ 5 ຊົ່ວໂມງ ແລະສູງສຸດ 7 ຊົ່ວໂມງ ;
- ໜື່ງຊົ່ວໂມງ ຮຽນ 45 ນາທີ
ໄລຍະເວລາການສຶກສາ
ການສຶກສາລະດັບປະລິນບາຕີ ສາຂາການບັນຊີລະບົບ 4 ປີ ຫຼື 8 ພາກຮຽນປົກກະຕິ ແຕ່ສູງສຸດ ບໍ່ໃຫ້ເກີນ 5 ປີ ຫຼື 8 ພາກຮຽນ.
ໂຄງສ້າງຫຼັກສູດ
|
ໜວດວິຊາ |
ຈຳນວນໜ່ວຍກິດ |
|
1.ໜວດວິຊາຄວາມຮູ້ທົ່ວໄປ |
16 |
|
2.ໝວດວິຊາພື້ນຖານວິຊາສະເພາະ |
40 |
|
3.ໜວດວິຊາສະເພາະ - ໂຄງການຈົບຊັ້ນ |
78 6 |
|
4.ໜວດວິຊາເລຶອກສະເພາະ |
4 |
|
ລວມ(ໜ່ວຍກິດ): |
144 |