Select your language

ໃນວັນທີ 3 ພະຈິກ 2022, ຜ່ານມາ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານ ICT ແລະ E-Learning ທີ່ສະໂມສອນໃຫຍ່ມະຫາວິທະຍາໄລແຫ່ງຊາດ, ໂດຍການເປັນປະທານຂອງທ່ານ ຮສ. ປອ. ນາງ ສົມຈັນ ບຸນພັນມີ ຮອງອະທິການບໍດີ ມຊ ແລະ ທ່ານ ປອ. ຄຳແກ້ວ ຫານຊະນະ ຮອງຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກີລາ, ບັນດາແຂກທີ່ຖືກເຊີນ, ພາກສ່ວນທີ່ກ່ຽວຂ້ອງ, ພະນັກງານ, ຄູ-ອາຈານ ແລະ ນ້ອງໆນັກສຶກສາຈາກຄະນະ ຄວສ , ຄວທ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ຮສ. ປອ. ນາງ ສົມຈັນ ບຸນພັນມີ ກໍໄດ້ມີຄຳເຫັນໃນທີ່ປະຊຸມ ເຊິ່ງທ່ານໄດ້ກ່າວວ່າ: ການຮຽນ-ການສອນແບບ E-Learning ຖືເປັນວຽກງານຫນື່ງທີ່ສຳຄັນ ເພື່ອຫັນສູ່ການສຶກສາແບບທັນສະໄໝ, ພາຍຫລັງທີ່ຫລາຍປະເທດທົ່ວໂລກປະເຊີນກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາ ເຮັດໃຫ້ບໍ່ສາມາດດຳເນີນການຮຽນ-ການສອນແບບເຊິ່ງໜ້າໄດ້, ດັ່ງນັ້ນ ຈື່ງໄດ້ປັບປ່ຽນມາເປັນການຮຽນ-ການສອນແບບອອນລາຍຜ່ານການນຳໃຊ້ສື່ຕ່າງໆ ເພື່ອປັບຕົວໃຫ້ເຂົ້າສະຖານນະການທີ່ເກີດຂຶ້ນ, ສຳລັບ ມະຫາວິທະຍາໄລແຫ່ງຊາດ ກໍມີໜ່ວຍງານທີ່ຮັບຜິດຊອບວຽກງານ E-Learning ທີ່ຂຶ້ນກັບຫ້ອງການ ວິຊາການ ໂດຍການສົມທົບກັບ ສູນເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ. ສະນັ້ນ ບໍ່ວ່າສະຖານະການໂລກຈະມີການປ່ຽນແນວໃດການສຶກສາກໍບໍ່ໄດ້ຢຸດນີ້ງ ແຕ່ກົງກັນຂ້າມຍິ່ງຕ້ອງໄດ້ພັດທະນາໄດ້ເລື້ອຍໆ ແລະມີຄຸນະພາບ.

ພ້ອມນັ້ນ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ໃນຫົວຂໍ້: “Covid-19 and University Distance Education Center Roles & Responsibilities”; ຫົວຂໍ້: ນິຕິກຳ/ນະໂຍບາຍ ທາງດ້ານ E-Learning ຂອງສະຖາບັນການສຶກສາຊັ້ນສູງ ແລະ ທິດທາງການພັດທະນາ ແລະການນຳໃຊ້ E-Learning ໃນອະນາຄົດ; ນິຕິກຳ/ນະໂນບາຍ/ຄູ່ມືທາງດ້ານ E-Learning ຂອງມະຫາວິທະຍາໄລແຫ່ງຊາດ ແລະ ການນຳໃຊ້ E-Learning ໃນອະນາຄົດ ແລະ ຫົວຂໍ້: E-Learning best practices and latest trends.

ພາບບັນຍາກາດ