Select your language

ໃນວັນທີ 5 ຕຸລາ 2022 ຜ່ານມາ, ຄະນະວິທະຍາສາດປ່າໄມ້ (ຄປມ) ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີສະຫຼຸບສົກຮຽນປະຈຳສົກສຶກສາ 2021-2022 ແລະ ຜ່ານມາແຜນການຮຽນ-ການສອນ ປະຈຳສົກສຶກສາ 2022-2023 ທີ່ຫ້ອງປະຊຸມຂອງຄະນະ, ໂດຍການເປັນປະທານຂອງ ທ່ານ ສຈ. ປອ. ລັດສະໜີ ບຸບຜາ ຄະນະບໍດີ ຄະນະວິທະຍາສາດປ່າໄມ້, ມີທ່ານຮອງຄະນະບໍດີ, ຫົວໜ້າ-ຮອງຫົວໜ້າພາກວິຊາ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

          ໃນໂອກາດດັ່ງກ່າວ, ທ່ານ ສຈ. ປອ. ສີທອງ ທອງມະນີວົງ ຮອງຄະນະບໍດີ ຄະນະວິທະຍາສາດປ່າໄມ້ ກໍໄດ້ຂຶ້ນຜ່ານບົດສະຫຼຸບລາຍງານ ປະຈຳສົກສຶກສາ 2021-2022 ແລະ ຜ່ານມາແຜນການຮຽນ-ການສອນ ປະຈຳສົກສຶກສາ 2022-2023  ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ຄະນະວິທະສາດປ່າໄມ້ ມີພະນັກງານ, ຄູ-ອາຈານທັງໝົດ 86 ຄົນ, ຍິງ 32 ຄົນ, ໃນນັ້ນ ກຳລັງສຶກສາຕໍ່ໃນລະດັບປະລິນຍາເອກ 14 ຄົນ, ຍິງ 4 ຄົນ ແລະ ປະລິນຍາໂທ 1 ຄົນ ແລະ ມີອາສາສະໝັກ 20 ຄົນ; ສຳລັບໃນສົກສຶກສາ 2021-2022 ຄປມ ມີນັກສຶກສາທັງໝົດ 482 ຄົນ ຍິງ 234 ຄົນ, ນັກສຶກສາ ປະລິນຍາເອກ 17 ຄົນ, ຍິງ 3 ຄົນ, ນັກສຶກສາລະດັບປະລິນຍາໂທ 45 ຄົນ ຍິງ 12 ຄົນ, ນັກສຶກສາລະດັບປະລິນຍາມີ 416 ຄົນ ຍິງ 216 ຄົນ ແລະ ນັກສຶກສາລະດັບອະນຸປະລິນຍາມີ 4 ຄົນ ຍິງ 3 ຄົນ (ໃນນີ້ມີນັກສຶກສາ ໃນແຜນ 118 ຄົນ); ສ່ວນໃນສົກສຶກສານີ້ ມີນັກສຶກສາສຳເລັດການສຶກສາທັງໝົດ 148 ຄົນ ຍິງ 79 ຄົນ (ລະດັບປະລິນຍາຕີ 141 ຄົນ, ປະລິນຍາໂທ 4 ຄົນ ແລະ ອະນຸປະລິນຍາ 3 ຄົນ); ຕະຫຼອດໄລຍະຜ່ານມາ ພະນັກງານ, ຄູ-ອາຈານ ໄດ້ສຸມໃສ່ການພັດທະນາບຸກຄະລາທີ່ມີຄວາມຮູ້ຄວາມສາມາດ ອອກມາຮັບໃຊ້ສັງຄົມ, ໂດຍສະເພາະແມ່ນວຽກງານການສິດສອນ ເຊິ່ງສະແດງອອກໃຫ້ໃນຫຼາຍດ້ານ ມີພະນັກງານ, ອາຈານ ທີ່ໄດ້ຮັບໃບຍ້ອງຍໍຂັ້ນກະຊວງ ຈຳນວນ 54 ທ່ານ ຍິງ 21 ທ່ານ, ຂັ້ນມະຫາວິທະຍາໄລແຫ່ງຊາດ 17 ທ່ານ ຍິງ 8 ທ່ານ.

          ພ້ອມນັ້ນ, ໃນທ້າຍພິທີ ຍັງໄດ້ຮັບຟັງການມີການໂອ້ລົມຂອງທ່ານ ທ່ານ ສຈ. ປອ. ລັດສະໜີ ບຸບຜາ ກໍໄດ້ເນັ້ນໃຫ້ພະນັກງານ, ຄູ-ອາຈານ ສືບຕໍ່ຮັກສາມູນເຊື້ອອັນດີງາມ ແລະ ສືບຕໍ່ເອົາໃຈໃສ່ໃນການສິດສອນ, ພັດທະນາ-ເສີມສ້າງຄວາມຮູ້ໃໝ່ ສຸມໃສ່ການຄົ້ນຄວ້າວິທະຍາສາດ.

ພາບບັນຍາກາດ