Select your language

ໃນຕອນບ່າຍ ວັນທີ 6 ມັງກອນ 2023 ຜ່ານມາ, ຫ້ອງການຄຸ້ມຄອງນັກສຶກສາ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີມອບ-ຮັບ ທຶນການສຶກສາຈາກ ສະຖານທູດ ສປ ຈີນ ໃຫ້ນັກສຶກສາ ມຊ ປະຈຳສົກສຶກສາ 2022-2023 ທີ່ສະໂມສອນໃຫຍ່ ມຊ, ໂດຍການເຂົ້າຮ່ວມຂອງທ່ານ ຮສ. ໂພສີ ທິບດາວັນ ຮອງອະທິການບໍດີ ມຊ, ມີທ່ານ ເປີ້ນ ອິນທະໜໍ່ ຫົວໜ້າຫ້ອງການ ຄຸ້ມຄອງນັກສຶກສາ ພ້ອມດ້ວຍແຂກທີ່ຖືກເຊີນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ ຈາກຄະນະວິຊາຕ່າງໆເຂົ້າຮ່ວມ.

          ຈຸດປະສົງຂອງການມອບທຶນໃນຄັ້ງນີ້ ເພື່ອຊຸກຍູ້-ສົ່ງເສີມ ໃຫ້ນັກສຶກສາຜູ້ທີ່ຮຽນດີ, ຮຽນເກັ່ງ ແລະ ມາຈາກເຂດທີ່ຫ່າງໄກສອກຫຼີກ, ຄອບຄົວທຸກຍາກ. ສະຖານທູດ ສປ ຈີນ ໄດ້ເລີ່ມໃຫ້ທຶນການສຶກສາແກ່ນັກສຶກສາ ມຊ ມາແຕ່ສົກສຶກສາ 2014-2015, ມີນັກສຶກສາທີ່ໄດ້ຮັບທັງໝົດ 357 ຄົນ ຍິງ 166 ຄົນ (ໃນຈໍານວນດັ່ງກ່າວນັ້ນ ສຳເລັດການສຶກສາແລ້ວ 207 ຄົນ ຍິງ 90 ຄົນ) ລວມເປັນເງິນທັງໝົດ 750,900,000 ກີບ(ເຈັດຮ້ອຍຫ້າສິບລ້ານ ເກົ້າແສນກີບ) ເບີກຈ່າຍເປັນເບ້ຍລ້ຽງໃຫ້ແກ່ນັກສຶກສາໃນແຕ່ລະເດືອນ ເພື່ອໃຫ້ນັກສຶກສາໄດ້ນຳໃຊ້ຈ່າຍເຂົ້າໃນການສຶກສາຮໍ່າຮຽນຢູ່ ຂອງເຂົາເຈົ້າ.

ພາບບັນຍາກາດ