Select your language

           ໃນຕອນເຊົ້າວັນທີ 20 ທັນວາ 2022 ນີ້, ຄະນະວິທະຍາສາດສັງຄົມ (ຄສຄ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີປາຖະກະຖາ ວັນສະຖາປະນາ ສປປ ລາວ ຄົບຮອບ 47 ປີ (2/12/1975 - 2/12/ 2022) ແລະວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ (13/12/2020 – 13/12/2022)  ຂຶ້ນທີ່ຫ້ອງປະຊຸມສະໂມສອນ ມຊ. ໂດຍການໃຫ້ກຽດປາຖະກະຖາຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດ ກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, ເຂົ້າຮ່ວມມີບັນດາທ່ານຄະນະພັກຮາຖານ, ເລຂາໜ່ວຍພັກ, ພະນັກງານ, ຄູ-ອາຈານ  ແລະນັກສຶກສາພາຍໃນ ຄສຄ ເຂົ້າຮ່ວມ.

          ໃນພິທີ ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ຂຶ້ນປາຖະກະໃນຫົວຂໍ້ ວັນຊາດ ທີ 2 ທັນວາ ແລະ ວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ ເປັນວັນທີ່ມີຄວາມໝາຍ-ຄວາມສຳຄັນຂອງຊາດລາວເຮົາ, ເຊິ່ງສະແດງໃຫ້ເຫັນເຖິງມູນເຊື້ອອັນສະຫງ່າອົງອາດກ້າຫານແຫ່ງການຕໍ່ສູ້ຂອງກອງທັບ ແລະປະຊາຊົນລາວບັນດາເຜົ່າ ພາຍໃຕ້ການຊີ້ນຳ-ນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ຢ່າງພິລະອາດຫານ ຕ້ານຈັກກະພັດຜູ້ຮຸກຮານ ແລະການຄອບຄອງຂອງພວກລ່າເມືອງຂຶ້ນທັງແບບເກົ່າ ແລະໃໝ່, ສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະປະກາດສ້າງຕັ້ງ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975, ເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ, ເປັນວັນທີ່ປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະຫຼະພາບ ແລະເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ເປັນວັນທີ່ປະເທດລາວໄດ້ມີເອກະລາດຢ່າງສົມບູນ ແລະມີປະຊາທິປະໄຕ ຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະມີສະຖານະພາບເທົ່າທຽມກັບບັນດາປະເທດອື່ນໆໃນໂລກ, ເຮັດໃຫ້ປະຊາຄົມໂລກ ໄດ້ຮັບຮູ້ ວັນທີ 2 ທັນວາ ແມ່ນວັນແຫ່ງສັນຕິພາບ, ວັນແຫ່ງການກ້າວເຂົ້າສູ່ຍຸກສະໄໝໃໝ່ ແຫ່ງການສ້າງປະເທດລາວໃຫ້ມີສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະວັດທະນະຖາວອນ ຫຼືເວົ້າອີກຢ່າງໜຶ່ງ ວັນສະຖາປະນາ ສປປ ລາວ ແມ່ນວັນແຫ່ງໝາກຜົນລວມຍອດອັນອົງອາດກ້າຫານໃນການຕໍ່ສູ້ຢ່າງເສຍສະຫຼະຂອງປວງຊົນລາວທັງຊາດເພື່ອໃຊ້ຊະນະອັນສົມບູນ”.

 ພ້ອມດຽວກັນນັ້ນ, ທ່ານກໍໄດ້ເລົ່າເຖິງປະຫວັດຫຍໍ້-ຊີວິດ ແລະພາລະກິດຂອງປະທານ ໄກສອນ ພົມວິຫານ ໃນການເຄື່ອນໄຫວແຕ່ລະໄລຍະ, ໂດຍສະເພາະແມ່ນ ມູນເຊື້ອການເຄື່ອນໄຫວພາລະກິດປະຕິວັດອັນອົງອາດກ້າຫານ, ເດັດດ່ຽວໜຽວແໜ້ນຂອງປະທານ ໄກສອນ ພົມວິຫານ ຈົນກາຍເປັນນັກຮົບປະຕິວັດທີ່ຍິ່ງໃຫຍ່ຂອງຊາດ, ເປັນວິລະບູລຸດ ເປັນຜູ້ນຳຂອງພັກ-ລັດ ທີ່ມີຄວາມສາມາດສະຫຼາດສ່ອງໃສ, ເປັນນັກທິດສະດີ, ເປັນນັກປຸກລະດົມຂົນຂວາຍ, ເປັນແບບຢ່າງອັນໃສແຈ້ງ ທ່ານມີແບບແຜນນນໍາພາ, ມີວິທີເຮັດວຽກທີ່ດີ, ເປັນແກ່ນສານຂອງຄວາມສາມັກຄີພາຍໃນພັກ ແລະຊາດ, ເປັນຜູ້ທີ່ມີຄຸນສົມບັດສິນທຳປະຕິວັດສູງສົ່ງ, ມີທັດສະນະມະຫາຊົນກວ້າງຂວາງ ເປັນຜູ້ນໍາທີ່ບໍລິສຸດປອດໃສ ເປັນນັກເຄື່ອນໄຫວສາກົນຜູ້ດີເດັ່ນ ທັງເປັນຜູ້ວາງແນວທາງ ແລະເປັນແບບຢ່າງປະຕິບັດແນວທາງຕ່າງປະເທດຢ່າງຖືກຕ້ອງ ເຮັດໃຫ້ ສປປ ລາວ ມີບົດບາດໃນເວທີສາກົນ.

ພາບບັນຍາກາດ