ມະຫາວິທະຍາໄລ ແຫ່ງຊາດ
ຕັ້ງໜ້າສູ້ຊົນປະຕິບັດ ຄໍາຂວັນ 6 ມີ

ມີຄວາມສາມັກຄີ, ມີແບບແຜນທີ່ດີ, ມີລະບຽບວິໄນ, ມີຈັນຍາບັນ, ມີຄວາມທັນສະໄຫມ, ມີຄວາມສະອາດ

 

ປະຫວັດຄວາມເປັນມາ

ມະຫາວິທະຍາໄລແຫ່ງຊາດ ເປັນມະຫາວິທະຍາໄລເຕັມຮູບແບບ ແຫ່ງທໍາອິດໃນປະຫວັດສາດ ຂອງຊາດລາວ

ມຊ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 5 ພະຈິກ 1996 ຕາມດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 50/ນຍ, ລົງໃນວັນທີ 9/6/1995,

ໂດຍການເຕົ້າໂຮມເອົາບັນດາສະຖາບັນການສຶກສາຊັ້ນສູງ ເຊິ່ງຂຶ້ນກັບຫຼາຍກະຊວງເຂົ້າເປັນມະຫາວິທະຍາໄລແຫ່ງຊາດ. ບັນດາສະຖາບັນການສຶກສາດັ່ງກ່າວ ປະກອບດ້ວຍ 10 ສະຖາບັນຄື: ມະຫາວິທະຍາໄລສ້າງຄູວຽງຈັນ, ມະຫາວິທະຍາໄລຊັບພະວິຊາ 2 ທັນວາ, ມະຫາວິທະຍາໄລວິທະຍາສາດສາທາລະນະສຸກ, ໂຮງຮຽນກະເສດຊັ້ນສູງນາບົງ, ໂຮງຮຽນປ່າໄມ້ຊັ້ນສູງ ດົງໂດກ, ໂຮງຮຽນຊົນລະປະທານຊັ້ນສູງຕາດທອງ, ໂຮງຮຽນກໍ່ສ້າງເຄຫາສະຖານຊັ້ນສູງ, ໂຮງຮຽນ ຄົມມະນາຄົມຊັ້ນສູງ, ໂຮງຮຽນການຊ່າງຊັ້ນສູງໄຟຟ້າເອເລັກໂຕຣນິກ ແລະສູນກຽມສ້າງຕັ້ງມະຫາວິທະຍາໄລ ກະສິກໍາ-ປ່າໄມ້ເວີນຄໍາ.
ນັບແຕ່ນັ້ນມາ ມະຫາວິທະຍາໄລແຫ່ງຊາດ ໄດ້ດໍາເນີນວຽກງານການຄຸ້ມຄອງ-ບໍລິຫານ ແລະ ຈັດການການຮຽນ-ການສອນຢ່າງເປັນລະບົບ. ໃນເບື້ອງຕົ້ນ ມຊ ມີ 7 ຄະນະວິຊາ, 6 ຫ້ອງການ ແລະວິທະຍາໄລວິທະຍາສາດພື້ນຖານ. ຈາກນັ້ນມາກໍໄດ້ມີການສ້າງຕັ້ງຄະນະວິຊາ, ສະຖາບັນ, ຫ້ອງການ, ສູນ, ໂຮງຫມໍວິທະຍາເຂດ ແລະໂຮງຮຽນປະຖົມສຶກສາສົມບູນ ແລະໂຮງຮຽນມັດທະຍົມສົມບູນ. ສຶກສາສາທິດດັ່ງນັ້ນ, ມາຮອດສົກສຶກສາ 2018-2019 ນີ້, ມະຫາວິທະຍາໄລແຫ່ງຊາດປະກອບມີ 13 ຄະນະວິຊາ, 2 ສະຖາບັນ, 11 ຫ້ອງການ, 1 ຫໍສະຫມຸດກາງ, 3 ສູນ, 1 ໂຮງຫມໍວິທະຍາເຂດ ດົງໂດກ ແລະໂຮງຮຽນພອນສະຫວັນ ແລະຊົນເຜົ່າ ກຽມມະຫາວິທະຍາໄລ. ອ່ານເພີ່ມເຕີມ

 

ຂ່າວການເຄື່ອນໄຫວ ແລະ ກິດຈະກຳ

ຂ່າວການເຄື່ອນໄຫວ ຂອງ ຜູ້ບໍລິຫານ ແລະ ນັກສຶກສາພາຍໃນ ມຊ

View all Posts
Apr 21, 2021
ພິທີປະກາດການແຕ່ງຕັ້ງຮອງຄະນະບໍດີ ຄປມ

       ໃນຕອນເຊົ້າວັນທີ 7 ເມສາ 2021, ຄະນະວິທະຍາສາດປ່າໄມ້(ຄປມ), ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີ...

Apr 9, 2021
ທະນາຄານລາວ-ຈີນ ມອບທຶນການສຶກສາໃຫ້ນັກສຶກສາສະຖາບັນຂົງຈື

ໃນຕອນບ່າຍ ວັນທີ 7 ເມສາ 2021 ຜ່ານມານີ້, ທີ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ(ມຊ)...

Apr 8, 2021
ມຊ ຮ່ວມກັບ ມູນນິທິພັດທະນາຜາສຸກ ແລະສະພາທະນາຍຄວາມລາວ ຈັດກິດຈະກໍາປູກຈິດສຳນຶກການຂັບຂີ່ປອດໄພ

ເພື່ອເປັນການປູກຈິດສຳນຶກໃຫ້ນັກຮຽນ-ນັກສຶກສາ, ພະນັກງານ-ຄູອາຈານ ຂອງມະຫາວິທະຍາໄລແຫ່ງຊາດ(ມຊ)...

Apr 8, 2021
ຄະນະນໍາ ມຊ ຕ້ອນຮັບການມາຢ້ຽມຢາມຂອງເອກອັກຄະລັດຖະທູດ ສ.ເກົາຫຼີ

ໃນວັນທີ 7 ເມສາ 2021 ນີ້, ທີ່ຫ້ອງຮັບແຂກຕຶກສໍານັກງານອະທິການບໍດີ, ທ່ານ ຮສ.ປອ. ອຸດົມ ພອນຄໍາເພັງ...

Apr 8, 2021
ສະຫະພັນກໍາມະບານ ມຊ ຈັດກອງປະຊຸມສັນຈອນ ຄັ້ງທີ 12 ປະຈໍາ ໄຕມາດ I

      ສະຫະພັນກໍາມະບານ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມສັນຈອນ ຄັ້ງທີ 12; ກອງປະຊຸມດັ່ງກ່າວ,...

Apr 5, 2021
ຄສສ ຈັດພິທີເປີດຫຼັກສູດປະລິນຍາເອກ

      ໃນຕອນເຊົ້າວັນທີ 2 ເມສາ 2021 ນີ້, ຄະນະສຶກສາສາດ (ຄສສ) ມະຫາວິທະຍາໄລແຫ່ງຊາດ(ມຊ)...

Apr 5, 2021
ພາກວິຊາຄູພາສາລາວ ຄສສ ຍົກລະດັບຄວາມຮູ້ການປະພັນເພງໃຫ້ແກ່ຄູ-ອາຈານ ແລະນັກສຶກສາ

     ໃນວັນທີ 2 ເມສາ 2021 ຜ່ານມານີ້, ທີ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ(ມຊ), ພາກວິຊາຄູພາສາລາວ-ວັນນະຄະດີ ຄະນະສຶກສາສາດ(ຄສສ), ມຊ...

Apr 5, 2021
ງານຕະຫຼາດນັດສະໝັກງານ ປະຈຳປີ 2021

       ງານຕະຫຼາດນັດສະໝັກງານ JOB FAIR 2021, ເຊິ່ງຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 27-28 ພຶດສະພາ 2021...

 
 

ທຶນການສຶກສາ

ໂອກາດທີ່ຈະພັດທະນາ ຕົນເອງ ຈາກທຶນການສຶກສາ ທັງ ພາຍໃນ ແລະ ຕ່າງປະເທດ ສຳຫຼັບ ນັກສຶກສາ ແລະ ຄູອາຈານ.

 

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.