| ເວັບໄຊ | http://fed.nuol.edu.la | ![]() |
| ສະຖານທີ່ຕັ້ງ | ວິທະຍາເຂດ ດົງໂດກ | |
| ຄະນະບໍດີ | ທ່ານ ຮສ. ປອ. ສີຖານ ສຸຂະວົງ | |
| ຕິດຕໍ່ຫ້ອງການ | +856-21 770 473 |
ປັດຊະຍາ
ຄະນະສຶກສາສາດຢືດຖືວ່າ: ການສຶກສາເປັນເຄື່ອງມືທີ່ສໍາຄັນໃນການພັດ ທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ ໂດຍເຊື່ອວ່າຊັບພະຍາກອນມະນຸດຈະມີຄຸນນະພາບກໍຕໍ່ເມື່ອໄດ້ຮັບການສຶກສາທີ່ມີຄຸນນະພາບ ແລະ ຄູ - ອາຈານຈະມີຄຸນນະພາບກໍຕໍ່ເມື່ອສະຖາບັນສ້າງຄູມີຄຸນນະພາບ.
PHYLOSOPHY AND GOAL
FED believes that “education is an important tool for human resource development in assuring quality, human resource will be qualified when they receive qualified education and school teacher/lecturer will be qualified when the institute for teacher training is qualified.”.
ວິໄສທັດ
ພັດທະນາຄະນະສຶກສາສາດໃຫ້ເປັນສະຖາບັນທີ່ດີເດັ່ນທາງດ້ານວິທີສິດສອນ, ດ້ານຄຸນນະພາບຂອງການສ້າງຄູ ແລະ ດ້ານປະສິດທິພາບຂອງການບໍລິຫານໃຫ້ເປັນທີ່ຍອມຮັບຈາກພາຍໃນ ແລະ ຕ່າງປະເທດ
VISION
Develop FED to be of excellence in the teaching methodology with high quality of teacher education and effectiveness in educational administration to meet local and international standards
ພາລະກິດ
- ສ້າງຄູສໍາລັບຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍ ແລະ ສ້າງນັກວິຊາການ ດ້ານການບໍລິຫານການສຶກສາ.
- ຄົ້ນຄວ້າວິທະຍາສາດການສຶກສາ ແລະ ປະເມີນຄຸນນະພາບຂອງການສຶກສາ.
- ບໍລິການດ້ານວິຊາການໃຫ້ແກ່ສັງຄົມ.
- ຮັກສາ ແລະ ເສີມຂະຫຍາຍສິນລະປະ - ວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດ.
- ປະຕິບັດໜ້າທີ່ຕາມການມອບໝາຍຂອງມະຫາວິທະຍາໄລແຫ່ງຊາດ ແລະ ກະຊວງສຶກສາທິການ ແລະ ກີລາ.
MISSION
- Produce secondary school teachers and professionals in educational administration.
- Research in educational sciences and assessing education quality.
- Bring the knowledge to develop the local community.
- Preserve and develop beautiful Lao Art, Tradition, Wisdom, and Culture of Plural-Ethnics.
- Undertake the missions assigned and directed by National University of Laos and Ministry of Education and Sports..
ພາກວິຊາ
- ພາກວິຊາຄູຈິດຕະວິທະຍາການສຶກສາ ປະກອບດ້ວຍ 3 ໜ່ວຍວິຊາຄື: ຈິດຕະວິທະຍາ, ສຶກສາສາດ ແລະ ເຝິກປະສົບການ, ການແນະແນວ ແລະ ໃຫ້ຄຳເປິກສາ ແລະ 1 ໜ່ວຍງານຄື ໜ່ວຍງານບໍລິການວິຊາການ.
- ພາກວິຊາຄູວິທະຍາສາດທຳມະຊາດ ປະກອບດ້ວຍ 5 ໜ່ວຍວິຊາຄື: ຄະນິດສາດ, ຟີຊິກສາດ, ເຄມີສາດ, ຊີວະສາດ, ຄອມພິວເຕີ ແລະ 2 ໜ່ວຍງານຄື ໜ່ວຍງານຫ້ອງທົດລອງ ແລະ ໜ່ວຍງານບໍລິການວິຊາການ.
- ພາກວິຊາຄູວິທະຍາສາດສັງຄົມ ປະກອບດ້ວຍ 3 ໜ່ວຍວິຊາຄື: ພູມສາດ, ປະຫວັດສາດ, ການເມືອງແລະ 1 ໜ່ວຍງານຄື ໜ່ວຍງານບໍລິການວິຊາການ.
- ພາກວິຊາຄູພາສາລາວ - ວັນນະຄະດີ ປະກອບ ດ້ວຍ 2 ໜ່ວຍວິຊາຄື: ຄູພາສາລາວ, ຄູວັນນະຄະດີ ແລະ 1 ໜ່ວຍງານຄື ໜ່ວຍງານບໍລິການວິຊາການ.
- ພາກວິຊາຄູພາສາຕ່າງປະເທດ ປະກອບດ້ວຍ 4 ໜ່ວຍວິຊາຄື: ຄູພາສາອັງກິດ, ຄູພາສາຝຣັ່ງ, ພາສາອັງກິດ, ພາສາຝຣັ່ງ ແລະ 1 ໜ່ວຍງານຄື ໜ່ວຍງານບໍລິການວິຊາການ.
- ພາກວິຊາບໍລິຫານການສຶກສາ ປະກອບດ້ວຍ 4ໜ່ວຍວິຊາຄື: ບໍລິຫານການສຶກສາ, ຄຸ້ມຄອງການສຶກສາ, ພັດທະນາການສຶກສາ, ຄວາມຮູ້ພື້ນຖານວິຊາສະເພາະ ແລະ 1 ໜ່ວຍງານຄື ໜ່ວຍງານບໍລິການວິຊາການ.
The Departments
- The Department of Psychology-Pedagogy Teacher Education comprises 3 majors: Psychology, Education Psychology and Teaching Experience and 1 unit: Guidance Academic Service.
- The Department of Natural Sciences Teacher Education comprises 5 majors: Mathematics, Physics, Chemistry, Biology, Computer, and 2 units: Laboratory and Academic Service.
- The Department of Social Sciences Teacher Education comprises 3 majors: Geography, History, Political Sciences and 1 unit: Academic Service.
- The Department of Lao Language Teacher Education comprises 2 majors: Lao Language, Lao Literature and 1 unit: Academic Service.
- The Department of Foreign Languages Teacher Education comprises 4 majors: Pedagogy, General English and French Language, English and French in writing, English and French in Speaking,and 1 unit: Academic Service.
- The Department of Educational Administration comprises 4majors: Education Administration, Educational Management, Educational Development, Basic technical knowledge and 1 unit: Academic Service.
ພະແນກປະກອບດ້ວຍ
- ພະແນກວິຊາການ ປະກອບດ້ວຍ 7 ໜ່ວຍງານຄື: ຄຸ້ມຄອງຫຼັກສູດ ແລະ ວຸດທິບັດ, ສະຖິຕິ, ICT ແລະ ປະເມີນຜົນ, ປະກັນຄຸນນະພາບການຮຽນ - ການສອນ, ທະບຽນ ແລະ ຖານຂໍ້ມູນ, ເຝິກຫັດວິຊາຊີບຄູ, ຫ້ອງສະໝຸດ ແລະ ບໍລິການວິຊາການ ແລະ ການສຶກສາຮຽນຮ່ວມ.
- ພະແນກຈັດຕັ້ງ - ສັງລວມ ປະກອບດ້ວຍ 7 ໜ່ວຍງານ ຄື: ຈັດຕັ້ງ ແລະ ຄຸ້ມຄອງພະນັກງານ, ເລຂານຸການ ແລະ ພິທີຫານ, ພົວພັນຕ່າງປະເທດ, ຂໍ້ມຸນຂ່າວສານ ( ແລະ ສະຖິຕິພະນັກງານ, ເຄຫະ ແລະ ບໍລິການ, ປ້ອງກັນ, ກວດກາພັກ ແລະ ສາມອົງການຈັດຕັ້ງມະຫາຊົນ.
- ພະແນກການເງິນ ແລະ ຊັບສິນ ປະກອບດ້ວຍ 4 ໜ່ວຍ ງານຄື: ແຜນການ ແລະ ງົບປະມານ, ຊັບສິນ ແລະ ສະໜອງວັດຖຸ, ບັນຊີ ແລະ ກວດກາການເງິນ ແລະ ລາຍຮັບ - ລາຍຈ່າຍ ແລະ ຄັງເງິນສົດ.
- ພະແນກຄຸ້ມຄອງນັກສຶກສາ ປະກອບດ້ວຍ 4 ໜ່ວຍງານຄື: ກິດຈະກຳນອກຫຼັກສູດ, ສຶກສາອົບຮົມແນວຄິດ ແລະ ລະບຽບວິໄນ, ສະຫວັດດີການ ແລະ ການສຶກສາ, ແລະ ຂໍ້ມູນຂ່າວສານ ແລະ ບໍລິການພະແນກ.
- ພະແນກຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ ປະກອບດ້ວຍ 2 ໜ່ວຍງານຄື: ສົ່ງເສີມ ແລະ ຄຸ້ມຄອງການຄົ້ນຄວ້າວິທະຍາສາດ ແລະ ຄຸ້ມຄອງການບໍລິການວິຊາການ.
- ພະແນກການສຶກສາຫຼັງປະລິນຍາຕີ ປະກອບດ້ວຍ 3 ໜ່ວຍງານຄື: ຄຸ້ມຄອງຫຼັກສູດປະລິນຍາໂທ, ປະລິນຍາເອກ ແລະ ວຸດທິບັດ, ສະຖິຕິ ແລະ ປະເມີນຜົນ ແລະ ຄຸ້ມຄອງວິທະຍານິພົນ, ບໍລິການປະລິນຍາໂທ ແລະ ປະລິນຍາເອກ.
ໂຮງຮຽນສາທິດ ປະກອບມີ 3 ໂຮງຮຽນຄື:
- ມັດທະຍົມສົມບູນປະກອບດ້ວຍ 3 ໜ່ວຍງານຄື: ວິຊາການ, ຄຸ້ມຄອງນັກຮຽນ ແລະ ກິດຈະກໍາ ແລະ ເທັກໂນໂລຢີຂໍ້ມູນຂ່າວສານ.
- ປະຖົມສົມບູນ ປະກອບດ້ວຍ 3 ຈຸງານຄື: ວິຊາການ, ຫ້ອງການ ແລະ ບໍລິຫານ.
- ໂຮງຮຽນອະນຸບານສາທິດ 3 ໜ່ວຍງານຄື: ຫ້ອງການ, ອະນຸບານ, ລ້ຽງເດັກ
The Divisions
- The Academic Affairs Division comprises 7 units: Curriculum and Security unit, Evaluation, ICT and Statistics unit, Teaching-Learning QA unit, Registration and Data unit, Professional Teaching Experiences unit, library and Academic services and inclusive education unit.
- Secretariat office comprises 7 units: Personnel affairs unit, Secretary Protocol unit, International Relations unit, Information and Communication Technology and Statistics unit, Infrastructure and Service unit, Security unit and Party inspection and mass organization.
- The Division of Finance comprises 4 units: Plan and budget unit,propertyandmaterials supply unit,account and financial audit unit and Management of revenue-spending and cash account unit.
- The Student Affairs Division comprises 4 units: Student Activities unit, Counseling, training and discipline unit, Student Welfare and scholarship unit, Information and service unit.
- The Division of Research and Academic Service comprises 2 units: Research unit and Academic Service unit.
- The Division of Post Graduate comprises 3 units: Curriculum Development unit, Evaluation unit, and Service unit (for master level).
The Schools Unit consist of Demonstration Secondary School, Primary School and Kindergarten
ຫຼັກສູດການຮຽນ-ການສອນ
ຄະນະສຶກສາໄດ້ນໍາໃຊ້ຫຼັກສູດທີ່ກົມສ້າງຄູ,ກະຊວງສຶກສາທິການ ແລະ ກີລາທີ່ໄດ້ສ້າງຂຶ້ນມາ. ຫຼັກສູດນີ້ໄດ້ເລີ່ມນໍາໃຊ້ນັບຕັ້ງແຕ່ສົກສຶກສາ 2014 -2015, ເຊິ່ງເປັນຫຼັກສູດທີ່ສ້າງຂຶ້ນມາເພື່ອສ້າງຄູທີ່ສາມາດສອນໄດ້ແຕ່ ມ1 - ມ7 (ລະບົບ 12 +4). ຄະນະສຶກສາສາດສ້າງຄູທີ່ມີວຸດທິການສຶກສາເລີ່ມແຕ່ລະດັບປະລິນຍາຕີຫາລະດັບປະລິນຍາໂທ. ການຮັບເອົານັກສຶກສາເຂົ້າຮຽນມີນັກສຶກສາທີ່ມາຈາກຕົວເລກແບ່ງປັນ ແລະ ນັກສຶກສາຈ່າຍຄ່າຮຽນ (ເສັງເຂົ້າ).
ລະດັບປະລິນຍາຕີປະກອບມີສອງລະບົບຄື : ລະບົບປົກກະຕິ (ໄລຍະການຈັດຕັ້ງການຮຽນ-ການສອນ 4 ປີ) ແລະ ລະບົບຕໍ່ເນື່ອງ (2 ປີ ). ລະບົບປົກກະຕິປະກອບມີ 12 ສາຂາວິຊາຄື:
- ສາຂາວິຊາຄູຈິດຕະວິທະຍາການສຶກສາ
- ສາຂາວິຊາບໍລິຫານການສຶກສາ
- ສາຂາວິຊາຄູພາສາອັງກິດ
- ສາຂາວິຊາຄູພາສາຝະຣັ່ງ
- ສາຂາວິຊາຄູພາສາລາວ-ວັນນະຄະດີ
- ສາຂາວິຊາຄູປະຫວັດສາດ
- ສາຂາວິຊາຄູວິທະຍາສາດການເມືອງ
- ສາຂາວິຊາຄູພູມສາດ
- ສາຂາວິຊາຄູເຄມີສາດ
- ສາຂາວິຊາຄູຊີວະສາດ (ສຳລັບສົກສຶກສາ 2019-2020. ສໍາລັບນັກສຶກສາປີທີ 1 ບໍ່ມີຕົວແບ່ງປັນຈາກກະຊວງ)
- ສາຂາວິຊາຄູຄະນິດສາດ
- ສາຂາຄູຟີຊິກສາດ
ລະດັບຕໍ່ເນື່ອງປະລິນຍາຕີປະກອບມີ 02ລະບົບຄື : ລະບົບໃນແຜນ ແລະ ລະບົບຈ່າຍຄ່າຮຽນ (ສັງເຂົ້າ) ເຊິ່ງປະກອບ 09 ສາຂາວິຊາຄື
- ສາຂາວິຊາຄູວິທະຍາສາດການເມືອງ (ສໍາລັບສົກສຶກສາ 2019-2020. ສໍາລັບນັກສຶກສາປີທີ 1 ບໍ່ມີຕົວ ເລກແບ່ງປັນຈາກກະຊວງ)
- ສາຂາວິຊາຄູພາສາອັງກິດ (ສໍາລັບສົກສຶກສາ 2019-2020. ສໍາລັບນັກສຶກສາປີທີ 1 ບໍ່ມີຕົວແບ່ງປັນຈາກກະຊວງ)
- ສາຂາວິຊາຄູພາສາລາວ-ວັນນະຄະດີ (ສໍາລັບສົກສຶກສາ 2019-2020. ສໍາລັບນັກສຶກສາປີທີ 1 ບໍ່ມີຕົວເລກຮັບນັກສຶກສາ)
- ສາຂາວິຊາຄູຄະນິດສາດ
- ສາຂາວິຊາຄູຊີວະສາດ (ສໍາລັບສົກສຶກສາ 2019-2020. ສໍາລັບນັກສຶກສາປີທີ 1 ມີຕົວເລກແບ່ງປັນຈາກກົມສ້າງຄູ,ກະຊວງສຶກສາທິການ ແລະກິລາ)
- ສາຂາວິຊາຄູຟີຊິກສາດ (ສໍາລັບສົກສຶກສາ 2019-2020. ສໍາລັບນັກສຶກສາປີທີ 1 ມີຕົວເລກແບ່ງປັນຈາກກົມສ້າງຄູ,ກະຊວງສຶກສາທິການ ແລະກິລາ)
- ສາຂາວິຊາຄູປະຫວັດສາດ (ສໍາລັບສົກສຶກສາ 2019-2020. ສໍາລັບນັກສຶກສາປີທີ 1 ມີຕົວເລກແບ່ງປັນຈາກກົມສ້າງຄູ,ກະຊວງສຶກສາທິການ ແລະກິລາ)
- ສາຂາວິຊາຄູພູມສາດ
- ສາຂາວິຊາຄູເຄມີສາດ
(ສອງສາຂາວິຊາຄື ສາຂາວິຊາຄູພູມສາດ ແລະ ສາຂາວິຊາຄູເຄມີສາດເຄີຍຈັດຕັ້ງການຮຽນ-ການສອນໂດຍອີງຕາມຕົວເລກການແບ່ງປັນຈາກກະຊວງ.ໃນສົກສຶກສາ 2015-2016 ສອງສາຂາວິຊາດັ່ງກ່າວແມ່ນບໍ່ໄດ້ຈັດການຮຽນ-ການສອນຈົນເຖິງປັດຈຸບັນ)
v ຂໍ້ມູນດ້ານວິຊາການອື່ນໆ
- ການສຶກສາຮຽນຮ່ວມ
- ຫ້ອງສະໝຸດ
- ຫ້ອງສືບຄົ້ນຂໍ້ມູນ
