ເວັບໄຊ  http://fle.edu.la/
ສະຖານທີ່ຕັ້ງ ວິທະຍາເຂດ ດົງໂດກ
ຮັກສາການຄະນະບໍດີ ທ່ານ ຮສ. ປອ. ບຸນເລີດ ແສງສຸລິນ
ຕິດຕໍ່ +856-21 740276, 740277

 

ຄະນະອັກສອນສາດ (ຂຽນຫຍໍ້ວ່າ "ຄອສ") ເປັນຄະນະວິຊາໜຶ່ງທີ່ສັງກັດໃນ ໂຄງປະກອບການຈັດຕັ້ງຂອງມະຫາ ວິທະຍາໄລແຫ່ງຊາດ, ພາລະບົດບາດເປັນເສນາທິການໃຫ້ກ່ອະທິການບໍດີໃນການ ຈັດຕັ້ງການຮຽນ-ການສອນ ສາຂາ​ວິຊາວັນນະຄະດີ-ພາສາສາດເພື່ອສ້າງນັກວິຊາການ, ນັກຄົ້ນຄວ້າວິທະຍາສາດ, ການ​ອະນຸລັກ ແລະ ສົ່ງ​ເສີມ ສິລະປະ​ວັດ​ທະນະ​ທຳ​ອັນ​ດີງາມຂອງ​ຊາດກໍ​ຄື​ຂອງ​ປະຊາຊົນ​ບັນດາ​ເຜົ່າ ​ແລະ​ ໃຫ້ການ​ບໍລິການ​ທາງ​ດ້ານ​ວິຊາການ ແກ່​ສັງຄົມ.

ພາລະບົດບາດ

ຄະນະອັກສອນສາດເປັນຄະນະໜຶ່ງທີ່ຂຶ້ນກັບມະຫາວິທະຍາໄລແຫ່ງຊາດທີ່ມີບົດບາດຫຼັກໃນການສ້າງຊັບພະຍາກອນມະນຸດໃນຂະແໜງພາສາສາດເພື່ອຮັບໃຊ້ສັງຄົມ ແລະ ເພື່ອຕອບສະໜອງການພັດທະນາເສດຖະກິດສັງຄົມຂອງຊາດ, ເຊິ່ງມີລາຍລະອຽດລຸ່ມນີ້:

- ສ້າງຊັບພະຍາກອນມະນຸດໃນລະດັບມະຫາວິທະຍາໄລ ໃຫ້ແກ່ທົ່ວປະເທດ

- ສ້າງນັກອັກສອນສາດໃຫ້ແກ່ສັງຄົມລາວ ແລະ ສາກົນ

- ສ້າງບັນດິດທາງດ້ານພາສາຕ່າງປະເທດສໍາລັບພາຍໃນ ແລະ ຕ່າງປະເທດ

- ເຝິກອົບຮົມຍົກລະດັບທາງດ້ານພາສາ ແລະ ວັນນະຄະດີ ໃຫ້ແກ່ພະນັກງານລາວ ແລະ ຕ່າງປະເທດ

- ສ້າງນັກວິຊາການດ້ານສື່ສານມວນຊົນ

- ເຜີຍແຜ່ພາສາ ແລະ ວັດທະນະທໍາລາວໃຫ້ແກ່ຊາວຕ່າງປະເທດ

ວິໃສທັດ

ເປັນໜຶ່ງໃນດ້ານຮຽນ-ການສອນພາສາລາວ, ວັນນະຄະດີລາວ, ວັດທະນະທຳລາວ, ແລະ ພາສາຕ່າງປະເທດ; ເປັນເອກໃນການສ້າງນັກພາສາສາດ, ນາຍພາສາແປ ແລະ ນັກຂ່າວທີ່ມີມາດຕະຖານ ເທົ່າທຽມກັບພາກພື້ນແລະ ສາກົນ; ສ້າງຄົນໃຫ້ມີຄຸນນະພາບ, ມີຄວາມຮູ້ຄວາມສາມາດ, ຄຸນສົມບັດ, ຈາລິຍະທຳ ແລະ ຄວາມສີວິໄລທາງດ້ານຈິດໃຈເພື່ອໄປຮັບໃຊ້ປະເທດຊາດ.

ຫຼັກສູດການຮຽນ-ການສອນ

ລະດັບປະລິນຍາໂທ ມີ 4 ສາຂາ

  1. ຫຼັກສູດປະລິນຍາໂທອັກສອນສາດ ສາຂາວິຊາ ພາສາລາວ
  2. ຫຼັກສູດປະລິນຍາໂທອັກສອນສາດ ສາຂາວິຊາວັນນະຄະດີລາວ
  3. ຫຼັກສູດປະລິນຍາໂທອັກສອນສາດ ສາຂາວິຊາ ການສອນພາສາອັງກິດ-ພາສາຕ່າງປະເທດ
  4. ຫຼັກສູດປະລິນຍາໂທອັກສອນສາດ ສາຂາວິຊາພາສາອັງກິດສຳລັບການສື່ສານ ແລະ ບໍລິຫານ

ລະດັບປະລິນຍາຕີມີ 12 ສາຂາ

  1. ຫຼັກສູດປະລິນຍາຕີອັກສອນສາດ ສາຂາວິຊາ ພາສາລາວ-ວັນນະຄະດີ
  2. ຫຼັກສູດປະລິນຍາຕີອັກສອນສາດ ສາຂາວິຊາ ສື່ສານມວນຊົນ
  3. ຫຼັກສູດປະລິນຍາຕີອັກສອນສາດ ສາຂາວິຊາ ພາສາຝຣັ່ງ
  4. ຫຼັກສູດປະລິນຍາຕີອັກສອນສາດ ສາຂາວິຊາ ພາສາອັງກິດ
  5. ຫຼັກສູດປະລິນຍາຕີອັກສອນສາດ ສາຂາວິຊາ ພາສາອັງກິດຕໍ່ເນື່ອງ
  6. ຫຼັກສູດປະລິນຍາຕີອັກສອນສາດ ສາຂາວິຊາ ພາສາຫວຽດນາມ
  7. ຫຼັກສູດປະລິນຍາຕີອັກສອນສາດ ສາຂາວິຊາ ພາສາຍີ່ປຸ່ນ
  8. ຫຼັກສູດປະລິນຍາຕີອັກສອນສາດ ສາຂາວິຊາ ພາສາຈີນ
  9. ຫຼັກສູດປະລິນຍາຕີອັກສອນສາດ ສາຂາວິຊາ ພາສາເກົາຫລີ
  10. ຫຼັກສູດປະລິນຍາຕີອັກສອນສາດ ສາຂາວິຊາ ພາສາເຢຍລະມັນ
  11. ຫຼັກສູດປະລິນຍາຕີອັກສອນສາດ ສາຂາວິຊາ ພາສາຣັດເຊຍ
  12. ຫຼັກສູດປະລິນຍາຕີອັກສອນສາດ ສາຂາວິຊາ ພາສາແອດສະປາຍໂຍນ

ຫຼັກສູດບໍາລຸງອື່ນໆ

-       ຫຼັກສູດການຮຽນບໍາລຸງພາສາຈີນໄລຍະສັ້ນ

-       ຫຼັກສູດການຮຽນບໍາລຸງພາສາອັງກິດ

-       ຫຼັກສູດບໍາລຸງພາສາລາວໃຫ້ຄົນຕ່າງປະເທດ

ລິຂະສິດ

Copyright © 2021 National University of Laos. All Rights Reserved.