| ເວັບໄຊ | ![]() |
|
| ສະຖານທີ່ຕັ້ງ | ວິທະຍາເຂດ ດົງໂດກ | |
| ຄະນະບໍດີ | ທ່ານ ສິນທະວອນ ດາລາວົງ | |
| ຕິດຕໍ່ຫ້ອງການ | +856-21 771 419, 740 277 |
ຄະນະສະຖາປັດຕະຍະກຳສາດ ມີພາລະບົດບາດ ເປັນເສນາທິການໃຫ້ແກ່ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໃນການຈັດຕັ້ງການຮຽນ-ການສອນ ສາຂາວິຊາສະຖາປັດຕະຍະກຳສາດ, ສາຂາວິຊາວິທະຍາການອາຄານ ແລະ ສາຂາວິຊາວາງແຜນສະພາບແວດລ້ອມ-ຜັງເມືອງ ເພື່ອສ້າງນັກວິຊາການ, ນັກຄົ້ນຄວ້າ ວິທະຍາສາດ, ການອະນຸລັກ ແລະ ສົ່ງເສີມສິລະປະ, ວັດທະນະທຳອັນດີງາມຂອງຊາດ ກໍຄືຂອງປະຊາຊົນບັນດາເຜົ່າ ແລະ ໃຫ້ການບໍລິການທາງດ້ານວິຊາການແກ່ສັງຄົມ.
ພາກຮຽນວິຊາທັງໝົດມີ 3 ພາກຄື:
1). ພາກວິຊາ ສະຖາປັດຕະຍະກຳສາດ.
2). ພາກວິຊາ ວາງແຜນສະພາບແວດລ້ອມ-ຜັງເມືອງ.
3). ພາກວິຊາວິທະຍາການອາຄານ.
