| ເວັບໄຊ | http://fag.nuol.edu.la | ![]() |
| ສະຖານທີ່ຕັ້ງ | ວິທະຍາເຂດ ນາບົງ | |
| ຄະນະບໍດີ | ທ່ານ ຮສ. ຟອງສະມຸດ ສຸທຳມະວົງ | |
| ຕິດຕໍ່ຫ້ອງການ | ໂທ/Tel: 021 870048 ແຟັກ/Fax: 021 870131 |
ວິໄສທັດ
ຄະນະກະເສດສາດເປັນສະຖາບັນການສຶກສາຊັ້ນສູງທາງດ້ານກະສິກຳທີ່ນຳໜ້າຢູ່ສປປລາວໃກ້ຄຽງກັບລະດັບພາກພື້ນແລະສາກົນ
ເປົ້າໝາຍ
– ສ້າງນັກວິຊາການທີ່ມີຄວາມຮູ້, ຄວາມສາມາດ, ຄຸນສົມບັດ, ຈັນຍາບັນ, ແລະມີຄວາມສີວິໄລທາງດ້ານແນວຄິດແລະພຶດຕິກຳ
– ສົ່ງເສີມແລະພັດທະນາການຄົ້ນຄວ້າວິທະຍາສາດສາຂາກະສິກຳໃຫ້ມີຄຸນນະພາບໃກ້ຄຽງລະດັບພາກພື້ນ
– ພັດທະນະຄະນະວິຊາໃຫ້ກາຍເປັນສະຖານທີ່ສະຫງົບ, ສະອາດ, ສີຂຽວ, ແລະມີສິ່ງອຳນວຍຄວາມສະດວກໃນການສິດສອນທັນສະໃໝ
ຍຸດທະສາດ ແລະ ແຜນພັດທະນາ ຄະນະກະເສດສາດປີ 2016-2020-2025
ພາລະບົດບາດ ແລະ ໜ້າທີ່
- ສ້າງແລະພັດທະນາຊັບພະຍາກອນມະນຸດໃຫ້ເປັນ
- ນັກບໍລິຫານ,ນັກວິຊາການ,
- ນັກຄົ້ນຄວ້າວິທະຍາສາດທີ່ມີຄວາມຮູ້, ຄວາມສາມາດ ແລະ ຄຸນສົມ ບັດ, ມີວິໄນ, ມີຫົວຄິດປະດິດສ້າງ ແລະ ມີ
- ຄວາມສີວິໄລທາງດ້ານຈິດໃຈໃຫ້ເປັນທີ່ຍອມຮັບຂອງສັງຄົມລາວ ແລະ ສາກົນ.
- ດຳເນີນແລະສົ່ງເສີມການຄົ້ນຄວ້າວິທະຍາສາດໃຫ້ມີມາດຕະ ຖານເພື່ອຕອບສະໜອງນະໂຍບາຍການພັດທະນາເສດຖະກິດ ສັງຄົມ ຂອງຊາດ ແລະ ເຜີຍແຜ່ຜົນຂອງການຄົ້ນຄວ້າວິທະຍາ ສາດ
- ບໍລິການທາງດ້ານວິຊາການທີ່ມີປະສິດທິພາບເພື່ອຕອບສະໜອງໃຫ້ແກ່ສັງຄົມຢ່າງມີວິທະຍາສາດ
- ປົກປັກຮັກສາແລະເສີມຂະຫຍາຍມູນເຊື້ອວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ, ພ້ອມທັງນໍາໃຊ້ເລືອກເຟັ້ນ ແລະ ຮັບເອົາວັດທະນະທຳທີ່ກ້າວໜ້າແລະຍອດຍີ່ງຂອງສາ ກົນເຂົ້າໃນການພັດທະນາ.
ແຜນຍຸດທະສາດຂອງການພັດທະນາຄະນະກະເສດສາດ
- ຍົກສູງຄຸນນະພາບການຮຽນ-ການສອນໃຫ້ເທົ່າທຽມ ກັບພາກພື້ນແລະສາກົນ
- ດຳເນີນການຄົ້ນຄວ້າວິທະຍາສາດແລະບໍລິການວິຊາການເພື່ອຕອບສະໜອງໃຫ້ແຜນພັດທະນາເສດຖະກິດ-ສັງຄົມ.
- ສົ່ງເສີມການຮ່ວມມືທັງພາຍໃນແລະຕ່າງປະເທດໃຫ້ມີປະສິດທິພາບ
ຄຳຂັວນ: “ຮຽນ ຮູ້ ເຮັດ ຫັນເສດຖະກິດໃຫ້ມີຜົນກຳໄລ”
ຫຼັກສູດການຮຽນ-ສອນປັດຈຸບັນ
1. ພາກວິຊາປູກຝັງ:
- ສາຂາວິຊາ ປູກຝັງ (4 ປີ)
- ສາຂາວິຊາ ປ້ອງກັນພືດ (4 ປີ)
- ຕໍ່ເນື່ອງ ສາຂາວິຊາ ປູກຝັງ (2ປີ)
- ປະລິນຍາໂທ ສາຂາ ວິທະຍາສາດການປູກຝັງ (2 ປີ)
2. ພາກວິຊາລ້ຽງສັດ ແລະ ການປະມົງ
- ສາຂາວິຊາ ວິທະຍາສາດການລ້ຽງສັດ (4 ປີ)
- ສາຂາວິຊາ ການປະມົງ (4 ປີ)
- ຕໍ່ເນື່ອງ ສາຂາວິຊາ ລ້ຽງສັດ ແລະ ການປະມົງ (2ປີ)
- ປະລິນຍາໂທ ສາຂາ ວິທະຍາສາດສັດ (2 ປີ)
- ປະລິນຍາໂທ ວິທະຍາສາດ ສາຂາ: ການພັດທະນາເຂດສ້າງເຂື່ອນໄຟຟ້າພະລັງນໍ້າແບບຍືນຍົງ (2 ປີ)
3. ພາກວິຊາເສດຖະກິດກະສິກຳ ແລະ ເຕັກໂນໂລຊີອາຫານ
- ປະລິນຍາຕີ ສາຂາ ເສດຖະກິດກະສິກຳ ແລະ ເຕັກໂນໂລຊີອາຫານ (4 ປີ)
- ປະລິນຍາໂທ ສາຂາ ການຄຸ້ມຄອງຊັບພະຍາກອນກະສິກຳແບບຍືນຍົງ (2 ປີ)
4. ພາກວິຊາສັດຕະວະແພດ
- ສາຂາ ສັດຕະວະແພດ (6 ປີ)
ສິ່ງອໍານວຍຄວາມສະດວກ
1. ຫ້ອງປະຕິບັດການ
– ວິໄຈເຄມີ
– ວິໄຈດິນ
– ພະຍາດພືດ
– ເຕັກໂນໂລຊີເມັດພັນ
– ວິໄຈອາຫານສັດ
– ສາລີລະສາດສັດ ແລະ ສີລະສາດສັດ
– ຈຸລິນຊີອາຫານ
– ຊີວະເຄມີອາຫານ
2. ຟາມສາທິດ
– ການຜະລິດເຂົ້າ
– ຜັກອິນຊີ,
– ປູກເຫັດ
– ລ້ຽງສັດ
– ການຜະລິດປາ
– ການຜະລິດແມງໄມ້ກິນໄດ້
– ການແປຮູບຜະລິດຕະພັນກະສິກຳ
ການຄົ້ນຄວ້າວິທະຍາສາດ
ຄຽງຄູ່ກັບການຮຽນ-ສອນ ຄູອາຈານຂອງຄະນະຍັງໄດ້ເຂົ້າຮ່ວມໃນການ ຄົ້ນຄວ້າວິທະຍາສາດທີ່ກ່ຽວຂ້ອງກັບສະພາບການພັດທະນາກະສິກຳ ຂອງປະເທດລາວ ເຊັ່ນ:
– ການຜະລິດພືດ,
– ການຜະລິດສັດ,
– ການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນກະສິກຳ
– ການວິເຄາະຕ໋ອງໂສ້ມູນຄ່າ
– ອາຫານສັດ
– ການປະມົງ ແລະ ນິເວດວິທະຍາຂອງປາ ແລະ
– ສັດຕູພືດ ແລະ ພະຍາດພືດ.
ການຄົ້ນຄວ້າວິທະຍາສາດສ່ວນຫຼາຍແມ່ນຈັດຕັ້ງປະຕິບັດໂດຍພະນັກງານຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ ຊຶ່ງເປັນຂະບວນການຮຽນຮູ້ອັນໜຶ່ງ.
ການສົ່ງເສີມ
- ກໍ່ສ້າງ “ອາສາສະໝັກສັດຕະວະແພດບ້ານ [ສພບ]”; ວສຊ [ວັນສຸຂະພາບຊຸມຊົນ]; ຂະບວນການສັກຢາປ້ອງກັນພະຍາດສັດ; ຮປຊ [ຮ້ານຂາຍຢາສັດ]
- ປັບປຸງຊີວິດການເປັນຢູ່ຂອງຊາວຊົນນະບົດ ແລະ ຄຳ້ປະກັນສະບຽງອາຫານ:
– ປູກຜັກ (ກະສິກຳທີ່ດີ ແບບປອດສານເຄມີ)
– ປູກພືດອາຫານສັດ
– ການລ້ຽງແມງໄມ້ກິນໄດ້
– ປັບປຸງການຈັດການລ້ຽງໄກ່ພື້ນບ້ານ
– ການສົາງເສີມການລ້ຽງແບ້
– ແລະ ອື່ນໆ
ການບໍລິການວິຊາການ
ຝຶກອົບຮົມ:
ການຜະລິດພືດ, ສັດ, ປາ ແລະ
ການແປຮູບ ຜະລິດຕະພັນກະສິກຳ;
ກະສິກຳທີ່ດີ;
ການວິເຄາະຄວາມ ປອດໄພຂອງອາຫານ; ການວິໄຈຕະຫຼາດ, ວິເຄາະຟາມ
ສຸຂະພາບສັດ; ປ້ອງກັນພືດ
ທີ່ປຶກສາ:
ດ້ານກະສິກຳ, ແປຮູບ ແລະ ທຸລະກິດກະເສດ ໃຫ້ອົງການພັດທະນາຊົນນະບົດ, ອົງການສາກົນ, ອົງການທີ່ ບໍ່ຂຶ້ນກັບລັດຖະບານ ແລະ ເອກະຊົນ
- 1.ການຝຶກອົບຮົມການປູກພືດ
- ການປັບປຸງດິນ
- ການຜະລິດຜັກອິນຊີ
- ການຂະຫຍາຍພັນໄມ້ໃຫ້ໝາກ
- ການປູກເຫັດ
- ການລ້ຽງເຜິ້ງ
2. ການຝຶກອົບຮົມການລ້ຽງສັດ
- ການຜະລິດສັດ
- ການຈັດການອາຫານສັດ
- ການປະສົມພັນທຽມ
- ສຸຂະພາບສັດ
- ການຜະລິດສັດນ້ຳ
3. ຝຶກອົບຮົມກ່ຽວກັບເສດຖະກິດກະສິກຳ ແລະ ທຸລະກິດກະເສດ
- ການວິໄຈມູນຄ່າເພີ່ມ ແລະ ການຕະຫລາດ
- ການບັນຊີ
- ເກັບຂໍ້ມູນເສດຖະກິດ-ສັງຄົມ
- ການແປຮູບຜະລິດຕະພັນກະສິກຳ ແລະ ການຖະໜອມອາຫານ
ການຮ່ວມືສາກົນ (under MOU and contract)
- Australia: University of Sydney, Monash, Queensland, James Cook, Southern Australia, ACIAR
- Japan: CSEAS, Kyoto University, JIRCAS, University of Tokyo, Nagoya, and of Hokkaido
- Thailand’ Universities: Khon Kaen, Rajmangkala Tawan Ork, Maejo, UdonThani Rajaphat and Kasetsat.
- Canada: Veterinary Without Boder (VWB/VSF)
- France: AgroPariaTech, CIRAD, IRD, Tour Uni,
- Czech Uni of Life Science
These partners supports for research, training, curriculum development, extension, equipment
ຂໍ້ມູນຕິດຕໍ່ ແລະ ເວັບໄຊ:
Facebook: www.facebook.com/kasetnabong (ກະເສດນາບົງ ເພື່ອການພັດທະນາ)
ຜູ້ຮັບຜິດຊອບວຽກງານໄອທີ: ປທ. ພົມມາ ທຳມະວົງ
ໂທ: 02028122544
This email address is being protected from spambots. You need JavaScript enabled to view it. or This email address is being protected from spambots. You need JavaScript enabled to view it.
